Scope of rights

ຂອບເຂດສິດ

  1. ສະເໜີອອກຂໍ້ຕົກລົງ, ລະບຽບການ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ແລະ ຄູ່ມືດ້ານວິຊາການ ກ່ຽວກັບວຽກງານຄວບຄຸມມົນລະພິດ, ການຄວບຄຸມສານເຄມີເປັນພິດ, ການກໍາຈັດສິ່ງເສດເຫຼືອ ແລະ ຊຸກຍູ້ການປະຕິບັດພັນທະດ້ານສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດຂອງໂຄງການລົງທຶນ; ຮັບຮອງບັນຊີສານເຄມີເປັນພິດ;
  2. ຈັດກອງປະຊຸມ ຫຼື ເຂົ້າຮ່ວມກອງປະຊຸມນໍາພາກສ່ວນພາຍໃນ ແລະ ພາຍນອກ ທີ່ກ່ຽວຂ້ອງ ແນໃສ່ແກ້ໄຂບັນຫາຕ່າງໆຕາມໜ້າທີ່ຂອງກົມ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ;
  3. ເຊັນໜັງສືສະເໜີ, ບົດປະກອບຄໍາເຫັນ, ບັດເຊີນ, ແຈ້ງການ, ສະໂໜດນໍາສົ່ງ, ບົດລາຍງານ, ບົດບັນທຶກແລະ ອື່ນໆທີ່ກ່ຽວຂ້ອງກັບພາລະບົດບາດ ຂອງຕົນ;
  4. ສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານ ແລະ ພາກສ່ວນຕ່າງໆ;
  5. ສະເໜີແຕ່ງຕັ້ງຄະນະຕິດຕາມກວດກາສະເພາະກິດ ເພື່ອກວດກາຄຸນນະພາບສິ່ງແວດລ້ອມ, ແກ້ໄຂບັນຫາມົນລະພິດທີ່ຮ້າຍແຮງ, ຮ່ວມມືກັບຂະແໜງການກ່ຽວຂ້ອງທັງພາຍໃນ ແລະ ສາກົນ ໃນກໍລະນີທີ່ມີຜົນກະທົບຫຼາຍຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ;
  6. ໄດ້ຮັບອະນຸຍາດໃຫ້ເຂົ້າເຖິງຖານຂໍ້ມູນ, ສອບຖາມບຸກຄົນ, ນິຕິບຸກຄົນ, ລົງກວດກາພື້ນທີ່ ແລະ ກວດກາໄດ້ທຸກສະຖານທີ່ ຂອງໂຄງການ ທີ່ເຫັນວ່າເກີດມົນລະພິດ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ;
  7. ສະເໜີຖອນໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ ທີ່ບໍ່ປະຕິບັດພັນທະ ແລະ ເຄື່ອນໄຫວ ບໍ່ຖືກຕ້ອງກັບກົດໝາຍ ແລະ ລະບຽບການ ສ້າງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
  8. ເຂົ້າຮ່ວມປະຊຸມ, ເຈລະຈາ ແລະ ຈັດຕັ້ງປະຕິບັດ ບັນດາສົນທິສັນຍາ, ອະນຸສັນຍາ, ສັນຍາ ແລະ ຂໍ້ຕົກລົງ ກ່ຽວກັບການປ້ອງກັນ, ຄວບຄຸມມົນລະພິດ, ສານເຄມີ, ສິ່ງເສດເຫຼືອທົ່ວໄປ ແລະ ສິ່ງເສດເຫຼືອອັນຕະລາຍ ທີ່ ສປປ ລາວ ເປັນພາຄີ;
  9. ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານການຄວບຄຸມມົນລະພິດ, ການຄວບຄຸມສານເຄມີເປັນພິດ, ການກໍາຈັດສິ່ງເສດເຫຼືອ ແລະ ການປະຕິບັດພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການລົງທຶນ;
  10. ຄຸ້ມຄອງ, ນໍາໃຊ້ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານ ຕາມລະບຽບການ;
  11. ສະເໜີວ່າຈ້າງຊ່ຽວຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດດ້ວຍແຫຼ່ງທຶນຂອງໂຄງການ;
  12. ສະເໜີແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນກົມ ເຂົ້າຮ່ວມກອງປະຊຸມ, ສໍາມະນາ,​ຝືກອົບຮົມ, ທັດສະນະສຶກສາ, ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ;
  13. ປະຕິບັດສິດອື່ນໆຕາມທີ່ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະມົນຕີ.