Cooperation Treaty

ຮ່ວມມື ແລະ ສົaນທິສັນຍາ

ບັນດາໂຄງການຮ່ວມມື, ສົນທິສັນຍາ ແລະ ອະນຸສັນຍາ ບັນດາໂຄງການຮ່ວມມື, ສົນທິສັນຍາ ແລະ ອະນຸສັນຍາ
ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ2 ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ກອງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຕຊສ) ໃນການຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມ (PICE- LENS2 026) Capacity building for Natural Resources and Environment Inspection Office (NEIO) on Environment and Social Monitoring and Inspection
ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ2 ໂຄງການສ້າງຄວາມເຂັ້ມແຂງໃຫ້ ກົມຄວບຄຸມມົນລະພິດ, ກຊສ ໃນການຄວບຄຸມມົນລະພິດ ແລະ ຄຸ້ມຄອງສິ່ງເສດເຫລືອ ແລະ ສານເຄມີ ທີ່ເປັນອັນຕະລາຍ (PICE- LENS2 015) PCD Capacity Building for Pollution Control, Waste and Hazardous Chemicals Management
ສົນທິສັນຍາສາກົນດ້ານສິ່ງແວດລ້ອມ ສົນທິສັນຍາສະຕ໋ອກໂຮມ ດ້ານການຄຸ້ມຄອງສານເຄມ ອົງຄະທາດອັນຕະລາຍທີ່ຕົກຄ້າງ (POPs);

Stockholm Convention on Persistent Organic Pollutants (POPs

         ສົນທິສັນຍາ ສະຕອ໋ກໂຮມ ໄດ້​ຖືກ​ສ້າງ​ຂຶ້ນ ​ແລະ ຮັບຮອງເອົາໃນປີ 22 ພຶດສະພາ 2001 ໃນການໂຕ້ຕອບ ຕໍ່ກັບຄວາມຕ້ອງການອັນຮີບດ່ວນ ສໍາລັບ ການຈັດຕັ້ງປະຕິບັດລະດັບໂລກ ກ່ຽວກັບ “POPs” (chemicals that are “persistent, bioaccumulate in fatty tissues and biomagnify through the food chain”) ແລະ ມີຜົນບັງຄັບໃຊ້ ຕັ້ງ​ແຕ່ວັນທີ 17 ພຶດສະພາ 2004, ມາເຖິງປັດຈຸບັນ ມີ 179 ປະ​ເທດ ​ເປັນ​ພາຄີ ​ໂດຍ​ມີຈຸດປະສົງ ຄື:

ເພື່ອປົກປ້ອງສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ ຈາກຜົນກະທົບຕ່າງໆທີ່ເປັນອັນຕະລາຍ ຂອງບັນດາສານ​ເຄມີ​ອົງຄະ​ທາດທີ່​ເປັນ​ພິດ​ຕົກ​ຄ້າງ (POPs) ໂດຍອີງໃສ່ຫຼັກການເຕືອນໄພລວງໜ້າ ທີ່ໄດ້ກຳນົດໄວ້ຢູ່ໃນຫຼັກການ ທີ 15 ຂອງຖະແຫຼງການຣີໂອ ວ່າດ້ວຍ ສິ່ງແວດລ້ອມ ແລະ ການພັດທະນາ.

ສປປ ລາວ ເຂົ້າເປັນພາຄີຂອງ​ສົນທິສັນຍາ ສະຕອ໋ກໂຮມ ​ໃນເດືອນມີນາ 2002 ​ແລະ ໃຫ້ສັດຕະຍາບັນ ໃນ​​ເດືອນມິຖຸນາ 2006 ​ແລະ ລັດຖະບານໄດ້ມອບຄວາມ​ຮັບຜິດຊອບ​ໃຫ້​ແກ່ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ​ ໃນ​ເມື່ອ​ກ່ອນ (ປັດຈຸບັນ​​​ແມນ ກຊສ).

ສົນທິສັນຍາ ວຽນນາ ແລະ ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທຳລາຍຊັ້ນໂອໂຊນ (Montreal Protocol on Substances that Deplete the Ozone Layer ຫລື Ozone Depleting Substances ‘ODS’)
  • ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທໍາລາຍຊັ້ນໂອໂຊນໄດ້ຖືກຮັບຮອງເອົາໃນປີ 1987 ຊຶ່ງນອນໃນ ສົນທິສັນຍາວຽນນາ ມີພາຄີທັງໝົດ 197 ປະເທດ ແລະ ເປັນອະນຸສັນຍາທີ່ປະສົບຜົນສໍາເລັດທີ່ສຸດໃນການຈັດຕັ້ງປະຕິບັດເພື່ອຫລຸດຜ່ອນ ແລະ ຢຸດຕິນໍາໃຊ້ສານເຄມີທີ່ ທໍາລາຍຊັ້ນໂອໂຊນ;
  • ສປປ ລາວ ໄດ້ເຂົ້າເປັນພາຄີ ຂອງ ອະນຸສັນຍາມົງເຣອານ ໃນວັນທີ 21 ສິງຫາ 1998 ແລະເຂົ້າເປັນພາຄີຕໍ່ ອະນຸສັນຍາມົງເຣອານ ສະບັບດັດແກ້ທັງ 4 ສະບັບ ເຊິ່ງ ລວມມີສະບັບດັດແກ້ລອນດອນ, ສະບັບດັດແກ້ໂຄເປັນເຮເກັນ, ສະບັບດັດແກ້ມົງເຣອານ ແລະ ສະບັບດັດແກ້ປັກກິ່ງໃນວັນທີ 28 ມີນາ 2006 ແລະ ກິກາລີ ສະບັບດັດແກ້ 16 ພະຈິກ 2017;
  • ສປປ ລາວ ໄດ້ຖືກຈັດເຂົ້າຢູ່ໃນພາຄີຕາມມາດຕາ 5 ຂອງ ອະນຸສັນຍາມົງເຣອານ ທັງເປັນພາຄີທີ່ຊົມໃຊ້ສານ ODS ໃນຈຳນວນໜ້ອຍເຊິ່ງມີສິດໄດ້ຮັບທຶນຊ່ວຍ ເຫຼືອລ້າພາຍໃຕ້ກອງທຶນການຮ່ວມມືຫຼາຍຝ່າຍ (Multilateral Fund) ໂດຍຜ່ານອົງການສະຫະປະຊາຊາດ ເພື່ອແຜນງານດ້ານສິ່ງແວດລ້ອມ (United Nations Environment Programme “UNEP”) ຕາມສັດສ່ວນຈຳນວນບໍລິໂພກພາຍໃນ;
  • ການສະໜັບສະໜູນແມ່ນເນັ້ນໃສ່ການສ້າງຈິດສໍານຶກ, ການຝຶກອົບຮົມແລະການເຂົ້າຮ່ວມກອງປະຊຸມຢູ່ພາຍໃນແລະຕ່າງປະເທດ, ການສຳຫຼວດເກັບກຳຂໍ້ມູນລາຍງານການນໍາໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ(ODS)ປະຈໍາປີຕາມກໍານົດເວລາ, ຈັດພິທີສະເຫຼີມສະຫຼອງວັນໂອໂຊນສາກົນ 16 ກັນຍາຂອງທຸກໆປີ.