ລົງຊຸກຍູ້ວຽກງານຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ ທີ່ດຳເນີນກິດຈະການ ລວມທັງວຽກງານທີ່ດິນ ທີ່ຕີດພັນກັບບັນດາໂຄງການລົງທືນ ຢູ່ແຂວງຄຳມ່ວນ
ໃນໄລຍະວັນທີ 10-15 ມັງກອນ 2022 ຄະນະນຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ນຳພາໂດຍ ທ່ານ ປອ.ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກຊສ ພ້ອມດ້ວຍ ຄະນະທີມງານວິຊາການຈາກ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມສິ່ງແວດລ້ອມ, ກົມທີ່ດິນ, ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ແລະ ບັນດາຫ້ອງການ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງຕ່າງໆທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານ ຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ ແລະ ຕິດຕາມກວດກາ ໂຄງການທົດລອງ ຂຸດຄົ້ນແຮ່ເຫຼັກ ຕາມແຈ້ງການເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 ຢູ່ທີ່ແຂວງຄຳມ່ວນ.
ຈຸດປະສົງ ຂອງການລົງເຄື່ອນໄຫວ ໃນຄັ້ງນີ້ ແມ່ນ ເພື່ອລົງຊຸກຍູ້ ວຽກງານຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ ທີ່ດຳເນີນກິດຈະການ ລວມທັງວຽກງານທີ່ດິນ ທີ່ຕີດພັນກັບບັນດາໂຄງ ການລົງທືນ ຢູ່ແຂວງຄຳມ່ວນ ເຊັ່ນ: ບັນດາໂຄງການທີ່ດຳເນີນກິດຈະການ ເຂດບໍ່ກົ່ວໂພນຕິ້ວ-ບໍ່ແໜ່ງ, ໂຄງການຂຸດຄົ້ນຫີນປູນ-ໂຮງງານຜະລິດປູນຂາວ ແລະ ແຄວຊຽມຄາໂບເນດ; ໂຄງການຂຸດຄົ້ນ-ປຸງແຕ່ງ ສົ່ງອອກແຮ່ເຫຼັກ (ໂຄງການທົດລອງ ຈຳນວນ 3 ໂຄງການ), ລົງກວດກາພື້ນທີ່ຈຸດທີ່ຕັ້ງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ, ໂຄງການຂຸດຄົ້ນຫີນກາວ ທີ່ສຳເລັດການຂຸດຄົ້ນ ແລະ ຢູ່ໃນໄລຍະບູລະນະການຟື້ນຟູ, ໂຄງການພັດທະນາເສດຖະກິດພູເຂົາຂຽວ, ໂຄງການພັດທະນາແຫຼ່ງທ່ອງທ່ຽວຂຸນກອງແລງ, ແຫຼ່ງທ່ອງທ່ຽວຖໍ້ານໍ້າລອດ ລວມທັງ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະຜ່ານມາ ແລະ ແຜນການເຮັດວຽກໃນຕໍ່ໜ້າ ຮ່ວມກັບ ພຊສ ແຂວງ ຄໍາມ່ວນ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຍົມມະລາດ ແລະ ເມືອງບົວລະພາ.
ຜ່ານການລົງຊຸກຍູ້ໃນຄັ້ງດັ່ງກ່າວນີ້ ໂດຍພື້ນຖານແລ້ວ ເຫັນວ່າ ບັນດາໂຄງການຕ່າງໆ ແມ່ນໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ວາງອອກ ໂດຍສະເພາະແມ່ນ ວຽກງານທີ່ກ່ຽວຂ້ອງກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການ; ການປະຕິບັດພັນທະຕ່າງໆທາງດ້ານງົບປະມານໃຫ້ລັດຖະບານ; ແຜນການບູລະນະຟື້ນຟູສິ່ງແວດລ້ອມ ແລະ ແຜນການປິດບໍ່ ສຳລັບ ໂຄງການທີ່ສຳເລັດການຂຸດຄົ້ນ. ສ່ວນບາງໂຄງການທີ່ຍັງບໍ່ທັນປະຕິບັດຕາມກົດໝາຍ ແລະ ລະບຽບການ ໃຫ້ແຂວງ ແລະ ເມືອງ ສືບຕໍ່ຊຸກຍູ້ ໃຫ້ໂຄງການເຂົ້າສູ່ລະບຽບການທີ່ກຳນົດໄວ້.
ສຳລັບ ການລົງຊຸກຍູ້ວຽກງານຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ປອ.ໄຊນະຄອນ ຮອງ ລັດຖະມົນຕີ ກຊສ ໄດ້ໃຫ້ທິດເຍື່ອງທາງດ້ານການເມືອງແນວຄິດ ເອົາໃຈໃສ່ສຶກສາອົບຮົມອ້າຍນ້ອງພະນັກງານໃຫ້ໄປຕາມທິດທາງຕາມຄຳຂວັນ ‘ ເຮັດໃຫ້ດີ, ເຮັດໃຫ້ໄວ, ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມກົດ ໝາຍ ’, ນອກຈາກນີ້ ຍັງເນັ້ນໜັກວຽກງານທີ່ດິນ ໃຫ້ໄປຕາມເປົ້າໝາຍ ທີ່ລັດຖະບານວາງເປົ້າໝາຍໃຫ້ແຂວງ ສຳເລັດ ໃນການຈັດສັນ ໃຫ້ແຕ່ລະເມືອງ ບັນລຸໃຫ້ໄດ້ລວມທັງໝົດ 22.000 ຕອນ(ໃນນັ້ນ ທາງແຂວງຕ້ອງຈັດສັນໃຫ້ເມືອງທີ່ດິນ ແລະ ການວັດແທກ ຕາມລັດຖະບານກຳນົດໃຫ້) ລວມທັງ ວຽກຈຸມສຸມໃນຕໍ່ໜ້າ ໃນການກວດກາການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ຕາມວິໄສທັດຮອດປີ 2030 ແລະ ຍຸດທະສາດ 10 ປີ (2016-2025) ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ໂດຍ: ແດງ ລັດຖະຈັກ