ກອງປະຊຸມ ຝຶກອົບຮົມ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍການກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຄູ່ມືແນະນຳ ກ່ຽວກັບ ການກວດກາວິຊາການດ້ານສິ່ງແວດລ້ອມໂຄງການລົງທຶນ

ໃນລະຫວ່າງ ວັນທີ 06-10 ກັນຍາ 2021 ທີ່ຜ່ານມາ. ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ(ກຄມ) ໄດ້ຈັດຝຶກອົບຮົມ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍການກວດກາວິຊາການດ້ານສິ່ງແວດລ້ອມ  ແລະ ຄູ່ມືແນະນຳ ກ່ຽວກັບ ການກວດກາວິຊາການດ້ານສິ່ງແວດລ້ອມໂຄງການລົງທຶນ,  ການຈັດຝຶກອົບຮົມໃນຄັ້ງນີ້ ໄດ້ໃຫ້ກຽດເປັນປະທານ  ໂດຍ ທ່ານ ອາລຸນ ໄຊຍະວົງ, ຮອງຫົວໜ້າກົມ ແລະ ມີບັນດາຄະນະພະແນກ ແລະ ວິຊາການ ຂອງ ພະແນກຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ, ພະແນກສັງລວມ ແລະ ພະແນກນະໂຍບາຍ ເຂົ້າຮ່ວມ. ການຝຶກອົບຮົມ ຄັ້ງນີ້ ເປັນການຝຶກອົບຮົມ ຄັ້ງທໍາອິດ ໃຫ້ແກ່ ພະນັກງານ ພາຍໃນ ກຄມ ທີ່ຮັບຜິດຊອບ ກ່ຽວກັບ ວຽກງານຕິດຕາມກວດກາສິ່ງແວດລ້ອມໂຄງການ ເຊິ່ງໄດ້ຝຶກອົບຮົມ ກ່ຽວກັບ “ຂໍ້ຕົກລົງ ວ່າດ້ວຍ ການຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ສະບັບເລກທີ 2319/ກຊສ, ລົງວັນທີ 26 ພຶດສະພາ 2021 ” ແລະ “ຄູ່ມືແນະນຳ ກ່ຽວກັບ ການຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ສຳລັບໂຄງການກໍ່ສ້າງເສັ້ນທາງ ສະບັບເລກທີ 2591/ກຊສ, ລົງວັນທີ 10 ມິຖຸນາ 2021”.

ນອກຈາກນີ້, ກອງປະຊຸມ ກໍ່ໄດ້ມີການຝຶກອົບຮົມ ແລະ ແນະນຳ ການນຳໃຊ້ເຄື່ອງມື ອຸປະກອນການຕິດຕາມກວດກາໂຄງການ ເພື່ອສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານ ເຂົ້າໃຈເຄື່ອງມືແຕ່ລະຊະນິດ ແລະ ສາມາດ ນຳໃຊ້ເຄື່ອງມືອຸປະກອນໃນພາກສະໜາມ ໃນການລົງຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນໃນແຕ່ລະຄັ້ງ ພ້ອມທັງໃຫ້ສາມາດ ລົງຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນອີກດ້ວຍ ໂດຍສະເພາະເຄື່ອງມື ຕິດຕາມກວດກາ ຄຸນນະພາບນ້ຳ, ອາກາດ ແລະ ສຽງ ເປັນຕົ້ນ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້