ກອງປະຊຸມ ຝຶກອົບຮົມ ແລະ ທົດລອງການປ້ອນຂໍ້ມູນ ຖານຂໍ້ມູນ ຕິິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ

ໃນລະຫວ່າງ ວັນທີ 30 ສິງຫາ ຫາ ວັນທີ 03 ກັນຍາ 2021 ທີ່ຜ່ານມາ. ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ (ກຄມ) ໄດ້ມີການຈັດຝຶກອົບຮົມ ແລະ ທົດລອງນໍາໃຊ້ ລະບົບຖານຂໍ້ມູນຜົນການຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ ແລະ ກິດຈະການຕ່າງໆ. ການຈັດຝຶກອົບຮົມໃນຄັ້ງນີ້ ໄດ້ໃຫ້ກຽດເປັນປະທານ  ໂດຍ ທ່ານ ອາລຸນ ໄຊຍະວົງ, ຮອງຫົວໜ້າກົມ , ມີບັນດາຄະນະພະແນກ ແລະ ວິຊາການ ຂອງ ພະແນກຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ, ພະແນກສັງລວມ ແລະ ພະແນກນະໂຍບາຍ ເຂົ້າຮ່ວມ. ການຝຶກອົບຮົມ ຄັ້ງນີ້ ເປັນການຝຶກອົບຮົມ ຄັ້ງທໍາອິດ ໃຫ້ແກ່ ພະນັກງານ ພາຍໃນ ກຄມ ທີ່ຮັບຜິດຊອບວຽກງານຕິດຕາມກວດກາສິ່ງແວດລ້ອມໂຄງການ ໄດ້ທົດລອງປ້ອນຂໍ້ມູນ ເຂົ້າໃນຖານຂໍ້ມູນດັ່ງກ່າວ ພ້ອມທັງໄດ້ມີການປຶກສາຫາລື ເພື່ອປັບປຸງ ແລະ ແກ້ໄຂ ໃຫ້ລະບົບຖານຂໍ້ມູນ ສາມາດຮັບຮອງ ການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ສາມາດນຳໃຊ້ໄດ້ບາດກ້າວຕໍ່ໄປ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້