ກອງປະຊຸມ ສະຫຼຸບ ແລະ ປະເມີນຜົນ ຂອງໂຄງການທົດລອງໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ
ໃນວັນທີ 24 ສິງຫາ 2021, ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ (ກຄມ), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ). ໄດ້ສໍາເລັດ ການຈັດກອງປະຊຸມ ເພື່ອສະຫຼຸບ ແລະ ປະເມີນຜົນ ຂອງໂຄງການທົດລອງໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ໂລນຄຳ ອາດສະນະວົງ ຫົວໜ້າກົມ, ພ້ອມດ້ວຍ ທ່ານ ເທວະຣັກ ພອນແກ້ວ ຮອງຫົວໜ້າກົມ, ຄະນະພະແນກຄຸ້ມຄອງສານເຄມີ ແລະ ສິ່ງເສດເຫຼືອ ແລະ ວິຊາການພາຍໃນ ກຄມ ເຂົ້າຮ່ວມ. ນອກນີ້ຍັງມີ ຕາງໜ້າຈາກ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ຫຊສ) ເມືອງປາກງຶ່ມ, ນາຍບ້ານ, ຮອງນາຍບ້ານ ແລະ ບັນດາຫົວໜ້າໜ່ວຍພາຍໃນບ້ານນາຊອນເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ສະຫຼຸບຜົນຂອງໂຄງການດັ່ງກ່າວ.
ພາຍຫຼັງປະທານກອງປະຊຸມກ່າວເປີດກອງປະຊຸມ ຜູ້ເຂົ້າຮ່ວມທັງໝົດໄດ້ຮັບຟັງການສະເໜີ ຈຸດປະສົງ ແລະ ຄວາມເປັນມາຂອງໂຄງການທົດລອງໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ເຂດພື້ນທີ່ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ບັນດາແຜນງານ ແລະ ກິດຈະກໍາຕ່າງໆຂອງໂຄງການ ລວມທັງນໍາສະເໜີຂໍ້ມູນທີ່ໄດ້ຮັບຈາກການສຳຫຼວດ-ເກັບກຳ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງໂຄງການໃນໄລຍະຜ່ານມາຈົນເຖິງປະຈຸບັນ ເຊິ່ງໂດຍລວມມີຜົນໄດ້ຮັບ ແລະ ແຜນການໃນຕໍ່ໜ້າຕົ້ນຕໍ ດັ່ງນີ້:
- ສໍາເລັດການສ້າງຈິດສຳນຶກໃນການໃຊ້ຫຼັກການ 3Rs ໃຫ້ກັບປະຊາຊົນໃນເຂດບ້ານນາຊອນໂດຍການເຜີຍແຜ່ ໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ເຊິ່ງມີຈຳນວນຜູ້ເຂົ້າຮ່ວມ 114 ຄົວເຮືອນ ແລະ ມີການນຳໃຊ້ປະໂຫຍດຈາກຂີ້ເຫຍື້ອອົງຄະທາດ ຫຼື ຂີ້ເຫຍື້ອຍ່ອຍສະຫຼາຍໄວຄືນໃໝ່;
- ລະບົບການບໍລິການເກັບມ້ຽນຂີ້ເຫຍື້ອຂອງບ້ານ ມີຈຳນວນ 55 ຄົວເຮືອນໄດ້ເຂົ້າຮ່ວມບໍລິການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ແລະ ມີຖັງເກັບມ້ຽນຂີ້ເຫຍື້ອ ສຳລັບ ຄົວເຮືອນທີ່ລົດບໍລິການເຂົ້າເຖິງຢາກ;
- ສ້າງລະບຽບ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມບ້ານ ໂດຍເລັງໃສ່ການຄຸ້ມຄອງຂີ້ເຫຍື້ອຂອງບ້ານ ແລະ ຕິດຕາມກວດກາບັນດາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ໃຫ້ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມຂອງບ້ານ;
- ກຄມ ຈະໄດ້ສືບຕໍ່ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ຮ່ວມກັບ ອົງການປົກຄອງບ້ານ ແລະ ຫຊສ ເມືອງ.
ຫຼັງຈາກທີ່ໄດ້ຮັບຟັງຜົນສະຫຼຸບຂອງໂຄງການດັ່ງກ່າວ ກໍ່ໄດ້ປຶກສາຕໍ່ກັບບັນດາກິດຈະກຳຕ່າງໆ ຂອງໂຄງການ ເຫັນວ່າ ພາຍຫຼັງການຈັດຕັ້ງປະຕິບັດໂຄງການ ສາມາດເຫັນຜົນໄດ້ຮັບດີຫລາຍສົມຄວນ ຕາມຈຸດປະສົງທີ່ໄດ້ກຳນົດໄວ້ກ່ອນເລີ່ມຕົ້ນໂຄງການ ແລະ ສາມາດສ້າງຈິດສຳນຶກໃຫ້ປະຊາຊົນເຂົ້າໃຈ ໃນການເກັບມ້ຽນຂີ້ເຫຍື້ອ ສໍາລັບຄົວເຮືອນ ແລະ ຂີ້ເຫຍື້ອຂອງບ້ານໄດ້ດີສົມຄວນ.
ໂດຍ: ແສງຕາວັນ, ຮຽບຮຽງ: ທ່ານ ເທວະຣັກ ພອນແກ້ວ ແລະ ທ່ານ ໜູແດງ ວົງດາລາ