ກອງປະຊຸມຄະນະກຳມະ ການຊີ້ນຳໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ການກຳຈັດສານເຄມີອົງຄະທາດ ທີ່ເປັນພິດຕົກຄ້າງ (POPs)

ໃນຕອນບາຍ ຂອງວັນທີ 14 ກໍລະກົດ 2021 ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ (ກຄມ), ໄດ້ມີການຈັດກອງປະຊຸມຮ່ວມກັບຄະນະກຳມະ ການຊີ້ນຳໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ການກຳຈັດສານເຄມີອົງຄະທາດ ທີ່ເປັນພິດຕົກຄ້າງ (POPs) ເປັນຕົ້ນ (PCBs) ໃນຂະແໜງ ພະລັງງານ. ໂດຍຄະນະຊີ້ນຳໂຄງການ ໄດ້ລາຍງານຄວາມຄືບໜ້າໃນການກະກຽມການທຳລາຍສານ (PCBs). ໂດຍເປັນກຽດເປັນປະທານຮ່ວມຂອງ ທ່ານ ເທວະຣັກ ພອນແກ້ວ, ຮອງຫົວໜ້າ ກຄມ ແລະ ທ່ານ ປອ ນາງ ຄາເມລາ ເຊັນຕີໂນ້ ຫົວໜ້າ ໂຄງການ ຂອງອົງການ UNIDO ແລະ ມີບັນດາຂະແໜງ ການກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 20 ທ່ານ. ເຊິ່ງໃນກອງປະຊຸມ ໄດ້ຜ່ານເນື້ອໃນສຳຄັນ ຄື: ລາຍງານການກະກຽມ ການກຳຈັດສານເຄມີອົງຄະທາດ ທີ່ເປັນພິດຕົກຄ້າງ  (POPs) ເປັນຕົ້ນ ສານເຄມີ, ສິ່ງເສດເຫຼືອ ແລະ ເຄື່ອງມືທີ່ປົນເປື້ອນສານ PCBs, ລາຍງານຜົນການຢັ້ງຢືນ ແລະ ກວດກາຄືນຈຳນວນໝໍ້ແປງໄຟຟ້າທີ່ປົນເປື້ອນສານ PCBs ຕາມຜົນການສຳຫຼວດຂໍ້ມູນ, ພ້ອມທັງລາຍງານການກະກຽມ ການນຳເຂົ້າເຄື່ອງບໍາບັດສານ PCBs ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຜ່ານການປຶກສາຫາລື ຜົນຂອງກອງປະຊຸມໄດ້ສັງລວມໂດຍຫຍໍ້ດັ່ງນີ້:

  • ລັດວິສາຫະກິດໄຟຟ້າລາວຢັ້ງຢືນສືບຕໍ່ ແລະ ຍິນດີໃຫ້ຄວາມຮ່ວມມືໃນການກຳຈັດສານ PCBs ໃນນ້ຳມັນໝໍ້ແປງໄຟຟ້າຈົນສຳເລັດ;
  • ກຄມ ຕ້ອງສະໜອງຂໍ້ມູນໃຫ້ລັດວິສາຫະກິດໄຟຟ້າລາວ ກ່ຽວກັບ ບັນດາລາຍການໝໍ້ແປງໄຟຟ້າ ພາກລັດ ແລະ ເອກະຊົນ ທີ່ຜ່ານການກວດກາໃນຫ້ອງທົດລອງເຫັນວ່າຄວາມເຂັ້ມຂຸ້ນເກີນມາດຕະຖານ >50 ppm;
  • ສະໜອງຂໍ້ກຳນົດ ແລະ ຄູ່ມືຕ່າງໆ ທີ່ກ່ຽວພັນກັບການບໍາບັດສາເຄມີ ໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
  • ລັດວິສາຫະກິດໄຟຟ້າລາວ ຈະໄດ້ນຳສະເໜີແຜນການລະອຽດ ກ່ຽວກັບ ການວາງແຜນການລົງບຳບັດໝໍ້ແປງໄຟຟ້າ ຈຳນວນ 139 ໜ່ວຍ ໃນຂອບເຂດທົ່ວປະເທດ ທີ່ຍັງນຳໃຊ້ຢູ່ ແລະ ຢູ່ໃນການຄຸ້ມຄອງຂອງ ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນເອກະຊົນ ເພື່ອນຳສະເໜີໂຄງການພິຈາລະນາ ບໍ່ໃຫ້ກາຍ ວັນທີ 16 ສິງຫາ 2021;
  • ຕາງໜ້າກົມພາສີ ສະເໜີໃຫ້ ກຊສ ລາຍງານການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໂຄງການທີ່ຈະສິ້ນສຸດ ໃນເດືອນທັນວາ 2021 ເພື່ອຈະຂໍອະນຸຍາດເລື່ອນການນຳເຂົ້າເຄື່ອງບຳບັດຊົ່ວຄາວ ແລະ ການສົ່ງອອກ ລວມທັງສິ່ງເສດເຫຼືອທີ່ປົນເປື້ອນສານເຄມີດັ່ງກ່າວ;
  • ທ່ານ ປອ ນາງ ຄາເມລາ ເຊັນຕີໂນ້ ຫົວໜ້າ ໂຄງການ ຂອງອົງການ UNIDO ໄດ້ແຈ້ງວ່າ ມີງົບປະມານ 200,000 ໂດລາສະຫະລັດ (ສອງແສນໂດລາສະຫະລັດ) ເພື່ອໄວ້ສຸກເສີນໃນກໍລະນີຈຳເປັນເວລາເຄື່ອນຍ້າຍໝໍ້ແປງໄຟຟ້າ ແລະ ການທຳລາຍສານ PCBs.

ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ສິ້ນສຸດລົງ ໃນເວລາ 16:00 ໂມງ ຂອງວັນດຽວກັນ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້