ກຄມ ຈັດກອງປະຊຸມສໍາມະນາ ການນຳໃຊ້ພະລັງງານທີ່ມີປະສິດທິພາບ ສຳລັບເຄື່ອງເຮັດຄວາມເຢັນ-ແອເຢັນ ສະຫຼຸບຜົນການເຄື່ອນໄຫວປະຈຳປີ 2020 ແລະ ແຜນການເຄື່ອນໄຫວ 2021 ແລະ ການເປີດໂຕສະມາຄົມທຸລະກິດເຄື່ອງເຢັນ.
ໃນວັນທີ 05 ກຸມພາ 2021 ທີ່ສະໂມສອນສູນກາງສະຫະພັນແມ່ຍິງ, ນະຄອນຫຼວງວຽງຈັນ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ(ກຄມ) ໄດ້ຈັດກອງປະຊຸມສໍາມະນາ ການນຳໃຊ້ພະລັງງານທີ່ມີປະສິດທິພາບ ສຳລັບເຄື່ອງເຮັດຄວາມເຢັນ-ແອເຢັນ, ສະຫຼຸບຜົນການເຄື່ອນໄຫວປະຈຳປີ 2020 ແລະ ແຜນການເຄື່ອນໄຫວ 2021 ແລະ ການເປີດໂຕສະມາຄົມທຸລະກິດເຄື່ອງເຢັນ ໂດຍການເປັນປະທານຮ່ວມຂອງ ທ່ານ ໂລນຄໍາ ອາດສະນະວົງ, ຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ; ທ່ານ ແສງອາລຸນ ຍົດລືໄຊ, ຮອງຫົວໜ້າກົມພັດທະນາບໍລິຫານລັດ, ກະຊວງພາຍໃນ;. ກອງປະຊຸມຄັ້ງນີ້ແມ່ນເພື່ອສົ່ງເສີມ ການນໍາໃຊ້ພະລັງງານທີ່ມີປະສິດທິພາບ ສໍາລັບເຄື່ອງເຮັດຄວາມເຢັນ-ແອເຢັນ ພາຍໃຕ້ເອກະສານ ກິກາລີ ສະບັບດັດແກ້ (Kigali Amendment) ກໍ່ຄືພາຍໃຕ້ອະນຸສັນຍາ ມົງເຣອານ ວ່າດ້ວຍ ສານເຄມີທີ່ທໍາລາຍຊັ້ນໂອໂຊນ ທີ່ ສປປ ລາວ ເປັນພາຄີ ຊຶ່ງໄດ້ສັງລວມການປະຕິບັດພັນທະ ແລະ ແຜນປະຕິບັດງານງານແຫ່ງຊາດ.
ພາຍຫຼັງຄະນະປະທານກ່າວເປີດກອງປະຊຸມ, ທ່ານ ເຂັມພອນ ຈັນທະວອນ, ປະທານສະມາຄົມທຸລະກິດເຄື່ອງເຢັນ ໄດ້ລາຍງານ ສະຫຼຸບຜົນການເຄື່ອນໄຫວຂອງ ສະມາຄົມ ປີ 2020 ໃນໄລຍະຜ່ານມາ ແລະ ແຜນການເຄື່ອນໄຫວຂອງ ສະມາຄົມ ປີ 2021. ທ່ານ ປະເສີດ ແສນກັນຍາ ຮອງປະທານສະມາຄົມ ໄດ້ສະເໜີຈຸດປະສົງ ຂອງການສ້າງສະມາຄົມ ແລະ ລາຍງານໂຄງຮ່າງການຈັດຕັ້ງ ຂອງ ສະມາຄົມທຸລະກິດເຄື່ອງເຢັນລາວ. ທ່ານ ບົວລຽນ ແກ່ນປະເສີດ ຄະນະສະມາຄົມທຸລະກິດເຄື່ອງເຢັນ ໄດ້ການສະເໜີ ກ່ຽວກັບ ເຕັກນິກຂອງບັດສະມາຊິກ ແລະ ໂລ່ໂກ້ຕິດພາຫະນະ ຂອງສະມາຄົມ. ທ່ານ ປອ ສິດໄຊ ມາກວິໄລ ໄດ້ລາຍງານຫຍໍ້ ກ່ຽວກັບ ຜົນຂອງການປະຕິບັດພັນທະ ຂອງ ສປປ ລາວ ທີ່ເປັນພາຄີ ຕໍ່ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທຳລາຍຊັ້ນໂອໂຊນ ເປັນຕົ້ນ: ການປະຕິບັດແຜນງານແຫ່ງຊາດ HPMP-I (2012-2020)ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ HPMP-II (2021-2030) ແລະ ການປະຕິບັດກິດຈະກຳພາຍໃຕ້ ເອກະສານສະບັບດັດແກ້ ກິກາລີ (Kigali Amendment). ຈາກນັ້ນກໍ່ໄດ້ ມີພິທີຕັດແທບຜ້າ ເພື່ອເປີດໂຕສະມາຄົມທຸລະກິດເຄື່ອງເຢັນ ຢ່າງເປັນທາງການ. ນອກຈາກນີ້, ຍັງໄດ້ຮັບຟັງການໂອ້ລົມ ປະກອບຄໍາເຫັນ ຈາກທ່ານ ນາງ ແກ້ວບັງອາ ແກ້ວລາ ອາດິດຫົວໜ້າກົມຄວບຄຸມມົນລະພິດ ທັງເປັນຜູ້ຊີ້ນໍາໃນການສ້າງຕັ້ງສະມາຄົມທຸລະກິດເຄື່ອງເຢັນລາວ, ແລະ ຄໍາເຫັນຈາກຄະນະຂົນຂວາຍສະມາຄົມ ທີ່ໄດ້ລິເລີ່ມ ໃນການກໍ່ສ້າງສະມາຄົມທຸລະກິດເຄື່ອງເຢັນ ນັບຕັ້ງແຕ່ປີ 2010 ເຊິ່ງປະກອບມີ ທ່ານ ເທວະຣັກ ພອນແກ້ວ ຮອງຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ທ່ານ ຮອງສາດສະດາຈານ ປອ ແສງລາຕີ ກິດຖາວອນ ແລະ ທ່ານ ອາຈານ ຄຳສອນ ຈັນສີ.
ໃນໂອກາດດັ່ງກ່າວນີ້, ຜູ້ເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ຢ້ຽມຊົມການວາງສະແດງ ເຄື່ອງປັບອາກາດ ຫຍີ່ຫໍ້ຕ່າງໆ, ຜະລິດຕະພັນຈາກຜູ້ປະກອບການທີ່ເຂົ້າຮ່ວມ ຊຶ່ງມີຜູ້ເຂົ້າຊົມທັງພາກລັດ, ເອກະຊົນ, ນາຍຊ່າງ ແລະ ຜູ້ປະກອບການກ່ຽວກັບເຄື່ອງເຮັດຄວາມເຢັນ-ແອເຢັນ ແລະ ຈັບສະຫຼາກຊິງຂອງລາງວັນ ແລະ ມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມໃນໂອກາດສຳຄັນດັ່ງກ່າວນີ້ອີກດ້ວຍ ແລະ ກອງປະຊຸມສຳມະນາໃນຄັ້ງນີ້ ກໍ່ໄດ້ປິດລົງ ໃນເວລາ 16:00 ໂມງ ຂອງວັນດຽວກັນ.