ໜ່ວຍງານໂອໂຊນ ແຫ່ງຊາດ (NOU) ຝຶກອົບຮົມ ເຈົ້າໜ້າທີ່ພາສີ ຄັ້ງທີ 3 ໃນຫົວຂໍ້ ‘‘ການຄຸ້ມຄອງສານເຮັດຄວາມເຢັນ ທີ່ເປັນສານເຄມີ ພາຍໃຕ້ອານຸສັນຍາ ມົງເຣອານ’’
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2021 ເວລາ 9:00 ໂມງ ຢູ່ທີ່ຫ້ອງປະຊຸມ ຂອງສຳນັກງານໃຫຍ່ຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ, ແຂວງສະຫວັນນະເຂດ. ໜ່ວຍງານໂອໂຊນ ແຫ່ງຊາດ (NOU) ທີ່ຂຶ້ນກັບກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມ ເຈົ້າໜ້າທີ່ພາສີ ຄັ້ງທີ 3 ໃນຫົວຂໍ້ ‘‘ການຄຸ້ມຄອງສານເຮັດຄວາມເຢັນ ທີ່ເປັນສານເຄມີ ພາຍໃຕ້ອະນຸສັນຍາ ມົງເຣອານ’’ ໃຫ້ແກ່ ເຈົ້າໜ້າທີ່ພາສີດ່ານສາກົນ ຂອງແຂວງພາກກາງ ແລະ ພາກໃຕ້, ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານໂລນຄຳ ອາດຊະນະວົງ, ຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ(ກຄມ), ທ່ານ ເທວະຣັກ ພອນແກ້ວ, ຮອງຫົວໜ້າ ກຄມ, ທ່ານ ບຸນຍອດ ນາມເສນາ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ແລະ ທ່ານ ພົມມະຈັກ ສີພັນດອນ, ຫົວໜ້າຄຸ້ມຄອງພາສີ ເຂດ 6, ແຂວງສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມ ຈາກພາກລັດປະກອບດ້ວຍມີ: ກຄມ, ກົມພາສີ-ກະຊວງການເງິນ(ພະແນກກວດສອບຄືນການແຈ້ງ, ພະແນກນິຕິກຳ, ໜ່ວຍງານດ່ານພາສີຂົວມິດຕະພາບ 1, ດ່ານພາສີປາກຊັນ, ດ່ານພາສີນໍ້າພາວ, ດ່ານພາສີນາເພົ້າ, ດ່ານພາສີຂົວ 3, ດ່ານພາສີສາກົນແດນສະຫວັນ, ດ່ານພາສີວັງເຕົ່າ, ດ່ານພາສີໜອງນົກຂຽນ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ລວມທັງໝົດ 26 ທ່ານ, ຍິງ 10 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ແມ່ນຈັດຂື້ນເພື່ອ ຝືກອົບຮົມສ້າງຄວາມເຂົ້າໃຈ ຄວາມອາດສາມາດ ໃຫ້ແກ່ ເຈົ້າໜ້າທີ່ພາສີດ່ານສາກົນ ຂອງແຂວງພາກກາງ ແລະ ພາກໃຕ້ ເຊິ່ງມີເນື້ອໃນສໍາຄັນຄື:
- ອະນຸສັນຍາ ມົງເຣອານ – ຊັ້ນໂອໂຊນ, ສະພາບອາກາດ ແລະ ພະລັງງານປະຍັດ;
- ສານເຄມີທີ່ທຳລາຍຊັ້ນໂອໂຊນ, ສານທົດແທນ ແລະ ເຄື່ອງເຮັດຄວາມເຢັນ ແລະ ແອເຢັນ;
- ລາຍງານ ຜົນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ວ່າດ້ວຍ ການຫຼຸດຜ່ອນ ແລະ ຢຸດຕິການນຳໃຊ້ສານ HCFC ແລະ ລະບົບການອອກໃບອະນຸຍາດນໍາເຂົ້າ/ສົ່ງອອກ ສານເຄມີທີ່ທຳລາຍຊັ້ນໂອໂຊນ;
- ເຕັກນິກການກວດສອບ ສານເຄມີທີ່ທຳລາຍຊັ້ນໂອໂຊນ, ສານທົດແທນ ແລະ ເຄື່ອງເຮັດຄວາມເຢັນ ແລະ ແອເຢັນ;
- ພາລະບົດບາດ, ໜ້າທີ່ຮັບຜິດຊອບ ແລະ ຂະບວນການຂອງກົມພາສີ ກ່ຽວກັບ ການຄວບຄຸມການນຳເຂົ້າ ແລະ ສົ່ງອອກ ສານເຄມີທີ່ທຳລາຍຊັ້ນໂອໂຊນ ແລະ ການປະສານສົມທົບກັບ ຂະແໜງການທີ່ອອກໃບອະຍຸຍາດ ໂດຍສະເພາະ ການນຳໃຊ້ສາລະບານສິນຄ້າລະບົບບເອກະພາບ ໃນການຄຸ້ມຄອງການນຳເຂົ້າສານເຮັດຄວາມເຢັນ.
ກອງປະຊຸມຝຶກອົບຮົມ ກໍ່ໄດ້ຮັບການນໍາສະເໜີ ແລະ ການບັນຍາຍ ຈາກ ທ່ານ ເທວະຣັກ ພອນແກ້ວ, ຮອງຫົວໜ້າ ກຄມ, ທ່ານ ປອ.ສິດໄຊ ມາກວິໄລ ຜູ້ປະສານງານໂຄງການ ແລະ ບັນດາຊ່ຽວຊານຂອງໂຄງການ ເຊິ່ງໄດ້ສະເໜີ ກ່ຽວກັບ:
- ຊັ້ນໂອໂຊນ ແລະ ຜົນກະທົບທາງທຳມະຊາດ ເນື່ອງຈາກການທຳລາຍຊັ້ນໂອໂຊນ;
- ອະນຸສັນຍາມົງເຣອານ ກ່ຽວກັບ ຊັ້ນໂອໂຊນ ແລະ ສະພາບອາກາດ-ກິກາລີສະບັບດັດແກ້;
- ຄວາມສຳຄັນຂອງການມີສ່ວນຮ່ວມຂອງ ເຈົ້າໜ້າທີ່ພາສີ ແລະ ພະນັກງານກ່ຽວຂ້ອງອື່ນໆ;
- ສານຄວບຄຸມພາຍໃຕ້ອະນຸສັນຍາມົງເຣອານ-ຊື່ເຄມີ ແລະ ພາຊະນະບັນຈຸສານເຄມີ ທີ່ທຳລາຍຊັ້ນໂອໂຊນ;
- ໃບອະນຸຍາດ ສານເຄມີທີ່ທຳລາຍຊັ້ນໂອໂຊນ ແລະ ອຸປະກອນທີ່ບັນຈຸ;
- ລະບົບໂກຕ້າ ແລະ ປະລິມານສູງສຸດ ທີ່ອະນຸຍາດນຳເຂົ້າ;
- ພາລະບົດບາດ, ໜ້າທີ່ຮັບຜິດຊອບ ແລະ ຂະບວນການຂອງກົມພາສີ ກ່ຽວກັບ ການຄວບຄຸມການນຳເຂົ້າ ແລະ ສົ່ງອອກ ສານເຄມີທີ່ທຳລາຍຊັ້ນໂອໂຊນ ແລະ ການປະສານສົບທົບກັບຂະແໜງການທີ່ອອກໃບອະນຸຍາດ;
- ການກວດກາສານເຮັດຄວາມເຢັນ (ສານເຄມີທີ່ທຳລາຍຊັ້ນໂອໂຊນ, ເປັນຕົ້ນ ສານ HFC, CO2 ແລະ ແອັມໂມເນຍ) ແລະ ອຸປະກອນບັນຈຸ;
- ການຈຳແນກຖັງສານທຳຄວາມເຢັນ (ຊື່ການຄ້າ, ຊື່ເຄມີ, ຊື່ ASHRAE, ສະຫັດສີ, ເລກລະຫັດ UN, ເລກລະຫັດ CAS ແລະ ອື່ນໆ;
- ການນຳໃຊ້ໂປສະເຕີ້ ສຳລັບ ການກວດກາສານເຄມີທີ່ທຳລາຍຊັ້ນໂອໂຊນ;
- ຄວາມຮູ້ພື້ນຖານ ກ່ຽວກັບ ໝວດຕ່າງໆຂອງສິນຄ້າໃນສາລະບານສິນຄ້າລະບົບບເອກະພາບ ໃນການຄຸ້ມຄອງການນຳເຂົ້າສານເຮັດຄວາມເຢັນ;
- ສາທິດການ ນຳໃຊ້ເຄື່ອງມື ກວດກາສານເຮັດຄວາມເຢັນ.
ຜ່ານການຝຶກອົບຮົມ ແລະ ປຶກສາຫາລື ປະກອບຄຳຄິດເຫັນ ແລະ ຖາມ-ຕອບ ຢ່າງກົງໄປກົງມາ ໃນກອງປະຊຸມ ຜູ້ເຂົ້າຮ່ວມເຂົ້າໃຈເຖິງ ສານເຄມີ ຫຼື ສານເຮັດຄວາມເຢັນ ທີ່ຫ້າມນຳເຂົ້າ ແລະ ສານທຳຄວາມເຢັນທີ່ຕ້ອງໄດ້ມີໃບອະນຸຍາດນຳເຂົ້າ, ຂອດການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ, ວິທີການວິໄຈ ແລະ ປະເມີນການນຳເຂົ້າສານເຄມີຕົວຈິງ, ການນຳໃຊ້ເຄື່ອງມືກວດກາການນຳເຂົ້າສານເຮັດຄວາມເຢັນ ທີ່ຢູ່ພາຍໃຕ້ອະນຸສັນຍາ ມົງເຣອານ ເພື່ອນຳໄປຈັດຕັ້ງປະຕິບັດໜ້າທີ່ໃຫ້ໄດ້ຮັບຜົນດີ ແລະ ກໍ່ໄດ້ມີພິທີມອບໃບຢັ້ງຢືນ ຂອງການຝຶກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມໃນຄັ້ງນີ້ອີກດ້ວຍ. ກອງປະຊຸມຝຶກອົບຮົມໄດ້ປິດລົງ ເວລາ 16:30 ໂມງ ຂອງວັນດຽວກັນ.