ກຄມ ລົງຕິດຕາມກວດກາບັນຫານໍ້າເປື້ອນບ້ານຫົວຊຽງ
ໃນວັນທີ 26 ສິງຫາ 2020. ຄະນະວິຊາການ ກຄມ ຮ່ວມກັບ ພຊສ ນະຄອນຫຼວງ, ຫຊສ ເມືອງໄຊທານີ ໄດ້ປະສານສົມທົບກັບນາຍບ້ານຫົວຊຽງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມກວດກາສະພາບບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຈາກການສະເໜີຂອງອຳນາດການປົກຄອງ ບ້ານຫົວຊຽງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ນຳພາຄະນະວິຊາການໃນຄັ້ງນີ້ ໂດຍ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ ກຄມ, ເຊິ່ງມີຜູ້ເຂົ້້າຮ່ວມທັງໝົດ 09 ທ່ານ, ຍິງ 2 ທ່ານ.
ຜ່ານການລົງຕິດຕາມກວດກາຕົວຈິງພາກສະໜາມ ແລະ ຮັບຟັງລາຍງານຈາກ ອຳນາດການປົກຄອງ ບ້ານຫົວຊຽງ ຕໍ່ກັບສະພາບທີ່ເກີດຂຶ້ນໃນໄລຍະຜ່ານມາ ສາມາດສະຫຼຸບເນື້ອໃນໄດ້ດັ່ງນີ້:
ບັນຫາທີ່ພົບ:
- ນ້ຳເປຶ້ອນໄດ້ອອກມາຈາກ 2 ແຫຼ່ງຄື: ເສດຖະກິດກວມລວມໄຊເສດຖາ ແລະ ເຂດພັດທະນາວຽງຈັນ-ໂນນທອງ (VITA).
- ເຫດການປາຕາຍ ແລະ ເຂົ້ານາບໍ່ມີເມັດເຂົ້າ ໄດ້ເກີດ 2-3 ປີ ຜ່ານມາແລ້ວ ແຕ່ຍັງບໍ໋ທັນຮູ້ສາຍເຫດທີ່ຊັດເຈນວ່າ ປາຕາ ແລະ ເຂົ້າບໍ່ມີເມັດເກີດຂຶ້ນຍ້ອນຫຍັງ;ฃ
- ເຫັນປາຕາຍຈຳນວນໜຶ່ງຢູ່ຕາມຮ່ອງນ້ຳ ແລະ ໄຮ່ນາຂອງປະຊາຊົນ, ແຕ່ຕາມຫ້ວຍແມ່ນບໍ່ພົບເຫັນປາຕາຍ ແລະ ມີປານ້ອຍລອຍຢູ່;
- ປະຈຸບັນໄຮ່ນາປູກເຂົ້້າກຳລັງຂຽວງາມ ແຕ່ຍັງບໍ່ທັນເຖິງລະດູການຖອດຮ່ວງເທື່ອ.
ຄຳເຫັນທາງດ້ານວິຊາການ:
- ເນື່ອງຈາກວ່າ ຫວ້ຍນ້ຳດັ່ງກ່າວເປັນຫ້ວຍນ້ຳທຳມະຊາດ ແລະ ມີນ້ຳເປື້ອນຈາກ 2 ແຫຼ່ງ ທີ່ໄຫຼໂຮມເຂົ້້າກັນ ສະນັ້ນ,ຈະໄດ້ເກັບຕົວຢ່າງນ້ຳ ເພື່ອວິໃຈຫາສາເຫດປົນເປື້ອນ ເພື່ອໃຫ້ເປັນຂໍ້ມູນວິທະຍາສາດ ເພື່ອຢັ້ງຢືນໃຫ້ເຫດການປາຕາຍ ຫຼື ຫາສາເຫດອາດເກີດຈາກການຫາປາຂອງປະຊາຊົນທີ່ບໍ່ຖືກຕ້ອງໂດຍການໃຊ້ໄຟຟ້າຊອດ ຫຼື ການນຳໃຊ້ຢາຂ້າຫຍ້າ;
- ໃຫ້ອໍານາດການປົກຄອງບ້ານ ເມືອເຫັນເຫດການປາຕາຍ ຕ້ອງແຈ້ງໃຫ້ ຫຊສ ເມືອງ, ພສຊ ນະຄອນຫຼວງຮັບຊາບໂດຍທັນທີ.