ຈັດກອງປະຊຸມທາບທາມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ການກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຮ່າງຄູ່ມືແນະນຳ ກ່ຽວກັບ ການກວດກາວິຊາການດ້ານສິ່ງແວດລ້ອມ
ໃນວັນທີ 8-12 ມິຖຸນາ 2020 ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ (ກຄມ) ໄດ້ສົມທົບ ກົມນິຕິກຳ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດກອງປະຊຸມທາບທາມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ການກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຮ່າງຄູ່ມືແນະນຳ ກ່ຽວກັບ ການກວດກາວິຊາການດ້ານສິ່ງແວດລ້ອມ ສຳລັບໂຄງການແຮ່ທາດ, ໂຄງການພະລັງງານ ແລະ ໂຄງການກໍ່ສ້າງເສັ້ນທາງ ຢູ່ທີ່ເມືອງປາກຊັນ, ແຂວງບໍລິຄຳໄຊ ແລະ ມີຜູ້ເຂົ້າຮ່ວມຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງພາກກາງ ແລະ ພາກໃຕ້ ເຊິ່ງປະກອບດ້ວຍ ພຊສ ນະຄອນຫຼວງວຽງຈັນ, ພຊສ ແຂວງວຽງຈັນ, ພຊສ ແຂວງບໍລິຄໍາໄຊ, ພຊສ ແຂວງຄຳມ່ວນ, ພຊສ ແຂວງສະຫວັນນະເຂດ, ພຊສ ແຂວງສາລະວັນ, ພຊສ ແຂວງຈຳປາສັກ, ພຊສ ແຂວງເຊກອງ ແລະ ພຊສ ແຂວງອັດຕະປື ລວມຈຳນວນຜູ້ເຂົ້າຮ່ວມທັງໝົດມີ 52 ທ່ານ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອປຶກສາຫາລື, ຄົ້ນຄ້ວາ ແລະ ປະກອບຄໍາເຫັນ ຕໍ່ຮ່າງເອກະສານດັ່ງກ່າວ ເພື່ອຮັບປະກັນເນື້ອໃນ ໃຫ້ຄົບຖ້ວນສົມບູນ ແລະ ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການຕິດຕາມກວດການສິ່ງແວດລ້ອມບັນດາໂຄງກາລົງທຶນ ແລະ ກິດຈະການຕ່າງໆ ຢ່າງມີປະສິດທິຜົນ ກ່ອນນໍາສະເໜີການນໍາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮັບຮອງ ແລະ ປະກາດໃຊ້ຄູ່ມືແນະນຳ ກ່ຽວກັບ ສາມຄູ່ມືດັ່ງກ່າວ.ເຊິ່ງຄາດໝາຍວ່າຈະສຳເລັດພາຍໃນໄລຍະທ້າຍປີ 2020.