ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບ ພາລະບົດບາດ ຂອງກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ

ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບ ພາລະບົດບາດ ຂອງກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ (ກຄມ), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ)  ໄດ້ຈັດຂື້ນໃນວັນ ທີ 13 ສິງຫາ 2020 ທີ່​ຫ້ອງປະຊຸມ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມເປັນປະທານ ຂອງ ທ່ານ ໂລນຄຳ ອາດສະນະວົງ ຫົວໜ້າ ກຄມ, ທ່ານ ອາລຸນ ໄຊຍະວົງ ຮອງຫົວໜ້າ ກຄມ ແລະ ທ່ານ ນາງ ບຸນຍາແສງ ແສງຄຳມີ ຮອງຫົວໜ້າ ກຄມ ແລະ ມີຄະນະພະແນກ ແລະ ວິຊາການ ພາຍໃນ ກຄມ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຟັງການສະເໜີ ກ່ຽວກັບ ໜ້າທີ່ ແລະ ພາລະບົດບາດຂອງບັນດາພະແນກພາຍໃນກົມ ພ້ອມທັງ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ກຳນົດຢູ່ໃນພາລະບົດບາດ ໃນໄລຍະຜ່ານມາ ເພື່ອປະເມີນຕີລາຄາການເຄື່ອນໄຫວວຽກງານຕາມສິດ ໜ້າທີ່ ຂອງພະແນກຕົນ, ຂໍ້ສະດວກ, ຂໍ້ຄົງຄ້າງ  ແລະ ຂໍ້ສະເໜີຕ່າງໆ ຂອງແຕ່ລະພະແນກຄື: ພະແນກສັງລວມ, ພະແນກນະໂຍບາຍ, ພະແນກຄວບຄຸມມົນລະພິດ, ​ພະແນກຄຸ້ມຄອງສານເຄມີ ແລະ ສິ່ງເສດເຫລືອ, ແລະ ພະແນກຕິດຕາມກວດາສິ່ງແວດລ້ອມໂຄງການລົງທຶນ ເພື່ອຄົ້ນຄວ້າ ແລະ ແລກປ່ຽນຄວາມຄິດເຫັນ ໃນການຈັດຕັ້ງປະຕິບັດວຽກງານ ຕາມສິດໜ້າທີ່ ແລະ ພາລະບົດບາດ.

ຜົນຂອງການສຳມະນາໃນຄັ້ງນີ້ ຍັງເຫັນວ່າ ບາງໜ້າວຽກຈະຕ້ອງໄດ້ປຶກສາຫາລື ແລະ ມີຄວາມເອກະພາບຮ່ວມກັນໃນຂອດການຈັດຕັ້ງປະຕິບັດພາຍໃນ ບົນພື້ນຖານການແບ່ງຄວາມຮັບຜິດຊອບ ແລະ ປະສານສົມທົບກັນ.

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເຮັດໃຫ້ ພະນັກງານ-ລັດຖະກອນ ພາຍໃນ ກຄມ ມີຄວາມເຂົ້າໃຈແຈ້ງຕໍ່ກັບສິດ, ໜ້າທີ່ ແລະ ພາລະບົດບາດ ຂອງ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ແລະ ສາມາດນຳມາຜັນຂະຫຍາຍ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີວຽກງານ ຕາມພາລະບົດບາດ ຂອງຕົນ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້