ໜ້າທີ່

 ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີໜ້າທີ່ດັ່ງນີ້:

    1. ປະຕິບັດກົດໝາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
    2. ຄົ້ນຄວ້າ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບ ວຽກງານການກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດ ລ້ອມ ໂດຍຫັນເປັນແຜນງານ, ໂຄງການລະອຽດ ພ້ອມທັງຄົ້ນຄວ້າຈັດຫາແຫຼ່ງທຶນ ສະເໜີຂັ້ນເທິງພິຈາລະນາ ເພື່ອດຳເນີນໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ;
    3. ສ້າງ ແລະ ປັບປຸງ ນະໂຍບາຍ, ຍຸດທະສາດ, ນິຕິກໍາ, ຄໍາແນະນໍາ ແລະ ຄູ່ມື ກ່ຽວກັບວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດ ລ້ອມ ເພື່ອສະເໜີ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາຮັບຮອງ;
    4. ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບ ວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາ ກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ ເພື່ອສະເໜີ ລັດຖະມົນຕີ ພິຈາລະນາອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
    5. ໂຄສະນາເຜີຍແຜ່ບັນດານະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆ ແລະ ຄູ່ມືທາງດ້ານວິຊາການ ກ່ຽວກັບ ວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງ ສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ;
    6. ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ຂຶ້ນແຜນກໍານົດກໍ່ສ້າງພະນັກງານ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ແກ່ພະນັກງານ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ກ່ຽວກັບວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ ໃນແຕ່ລະໄລຍະ;
    7. ກວດກາການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຂອງບັນດາຂະແໜງການ, ໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ;
    8. ກວດກາ ແລະ ຊຸກຍູ້ບັນດາໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃນການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງ ສັນຍາສໍາປະທານ ແລະ ສັນຍາຕ່າງໆທີ່ຕິດພັນກັບໂຄງການ;
    9. ຄົ້ນຄ້ວາປະກອບຄໍາເຫັນ ໃສ່ຮ່າງແຜນການຮັບມືເຫດການສຸກເສີນດ້ານສິ່ງແວດລ້ອມ ຂອງບັນດາໂຄງການລົງ ທຶນ ແລະ ກິດຈະການຕ່າງໆ ທີ່ຄາດຄະເນມີຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ກວດກາການຈັັດຕັ້ງປະຕິບັດແຜນການດັ່ງກ່າວ;
    10. ກວດກາສິ່ງແວດລ້ອມມົນລະພິດ (ອາກາດ, ສຽງ, ດິນ, ນໍ້າ, ຊີວະນາໆພັນ) ທີ່ເກີດຈາກທໍາມະຊາດ ຫຼື ເກີດຈາກກິດຈະການຕ່າງໆ ລວມທັງ ການສະເໜີ ແລະ ຮ້ອງຟ້ອງຂອງປະຊາຊົນ ເພື່ອປະເມີນຄວາມເສຍຫາຍ ແລະ ປະສານສົມທົບຂະແໜງການທີ່ກ່ຽວຂ້ອງໃນການແກ້ໄຂ;
    11. ສະເໜີ ກົມສິ່ງແວດລ້ອມ ພິຈາລະນາ ໂຈະຊົ່ວຄາວ ຫຼື ຖອນໃບຢັ້ງຢືນສິ່ງແວດລ້ອມ ຫຼື ສະເໜີປິດກິດຈະ ການຖາວອນຕໍ່ໂຄງການທີ່ບໍ່ປະຕິບັດຕາມພັນທະ ຫຼື ສ້າງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດໂດຍອີງໃສ່ການລາຍງານຜົນກວດກາຕົວຈິງ ແລະ ການສະເໜີຂອງພະແນກສາຍຕັ້ງຢູ່ທ້ອງຖິ່ນ ຫຼື ຈາກຜົນການກວດກາຂອງຄະນະສະເພາະກິດ;
    12. ປະສານສົມທົບກັບກົມແຜນການ ແລະ ການເງີນ ແລະ ກົມສິ່ງແວດລ້ອມ ໃນການຂື້ນແຜນນໍາໃຊ້ ແລະ ຄຸ້ມ ຄອງງົບປະມານກວດກາສິ່ງແວດລ້ອມຂອງບັນດາໂຄງການລົງທຶນ ແລະ ກິດຈະການຕ່າງໆ;
    13. ຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງໃນການປະຕິບັດວຽກງານວິຊາສະເພາະ ຢູ່ຂະແໜງການສາຍຕັ້ງຂັ້ນທ້ອງຖິ່ນ ຕາມພາລະບົດບາດຂອງຕົນ;
    14. ປະສານຮ່ວມມືທາງດ້ານວິຊາການ ໃນໜ່ວຍງານພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນເອກະຊົນໃຫ້ມີສ່ວນຮ່ວມ ກ່ຽວກັບວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດ ກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງ ສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ;
    15. ປະເມີນ ແລະ ລາຍງານໃຫ້ການນໍາກະຊວງ ເປັນແຕ່ລະໄລຍະ ກ່ຽວກັບ ການຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ນິຕິກໍາ, ແຜນງານ, ໂຄງການຕ່າງໆ ລວມທັງ ແຜນການ, ໂຄງການຂອງຂະແໜງສາຍຕັ້ງຢູ່ທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບວຽກງານກວດກາ ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງ ສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ;
    16. ສະເໜີແຕ່ງຕັ້ງຄະນະສະເພາະກິດໃນກໍລະນີມີຄວາມຈໍາເປັນ ເພື່ອກວດກາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ທີ່ເກີດຂື້ນຈາກແຫຼ່ງຕ່າງໆ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
    17. ຄົ້ນຄວ້າພິຈາລະນາການວ່າຈ້າງຊຽວຊານ ທັງພາຍໃນ ແລະ ສາກົນ ມາຊ່ວຍກວດກາສິ່ງແວດລ້ອມ ໂດຍສະ ເພາະ ໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ສະຫຼັບຊັບຊ້ອນ;
    18. ເກັບກຳ, ສ້າງຖານຂໍ້ມູນ, ສະໜອງ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງ ທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງ ສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ;
    19. ພົວພັນຮ່ວມມືກັບບັນດາປະເທດອະນຸພາກພື້ນ, ພາກພື້ນ ແລະ ສາກົນ ເພື່ອຂົນຂວາຍການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຊ່ວຍເຫຼືອ ກ່ຽວກັບວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາ ກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງ ສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ;
    20. ນໍາສະເໜີຂັ້ນເທິງປັບປຸງກົງຈັກການຈັດຕັ້ງຂອງກົມ, ຄຸ້ມຄອງ, ກໍານົດຕໍາແໜ່ງງານ, ສ້າງແຜນການບໍາລຸງ, ກໍ່ສ້າງ, ສັບຊ້ອນພະນັກງານ-ລັດຖະກອນ ລວມທັງ ການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນຂອງກົມ ຕາມລະບຽບທີ່ກໍານົດ;
    21. ຄຸ້ມຄອງ, ບໍລິຫານ ການເງິນ, ຊັບສິນ, ເອກະສານຂອງກົມ ແລະ ຄະນະສະເພະກິດ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ ຕໍ່ລັດຖະມົນຕີ ເປັນແຕ່ລະໄລຍະ;
    22. ປະຕິບັດໜ້າທີ່ອື່ນຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.