ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:
- ຫົວໜ້າກົມ ຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີຜູ້ຊີ້ນໍາຂົງເຂດວຽກງານ ກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດວຽກງານຂອງຕົນ.
ໃນເວລາຫົວໜ້າກົມ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວໜ້າກົມທ່ານໃດໜຶ່ງ ຮັກສາການແທນ.
- ຮອງຫົວໜ້າກົມ ຈໍານວນໜື່ງ ຊ່ວຍຫົວໜ້າກົມ ຊີ້ນໍາວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບ ໝາຍ; ຮັບຜິດຊອບຕໍ່ຫົວໜ້າກົມ ກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານທີ່ຕົນຊີ້ນໍາ.
ຮອງຫົວໜ້າກົມ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າກົມ ພາຍຫຼັງກັບມາປະຈໍາການ.
- ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ລັດຖະກອນວິຊາການຈໍານວນໜຶ່ງ ຕາມການກໍານົດຕໍາແໜ່ງງານ.
ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.
ກົມກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:
- ພະແນກ ນະໂຍບາຍ;
- ພະແນກ ກວດກາການນໍາໃຊ້ຊັບພະຍາກອນດິນ;
- ພະແນກ ກວດກາການນໍາໃຊ້ຊັບພະຍາກອນແຮ່ທາດ;
- ພະແນກ ກວດກາການນໍາໃຊ້ຊັບພະຍາກອນນໍ້າ, ປ່າໄມ້ ແລະ ຊີວະນາໆພັນ;
- ພະແນກ ກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ.