ໜ້າທີ່ຂອງພະແນກນະໂຍບາຍ
- ຮັບຜິດຊອບ ໃນການສ້າງແຜນລວມ, ສັງລວມການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ບັນດານະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການ ກ່ຽວກັບ ວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາ ກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດ ຈະການຕ່າງໆຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ ຫັນເປັນແຜນງານ, ໂຄງການລະອຽດ;
- ຄົ້ນຄວ້າ, ສະເໜີຂັ້ນເທິງພິຈາລະນາ ສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ນິຕິກໍາ, ຄໍາແນະນໍາ ແລະ ຄູ່ມື ອັນຈໍາເປັນ ສໍາລັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ມີປະສິດທິຜົນ; ແກ້ໄຂປັບປຸງກົນໄກ ແລະ ລະບຽບການຕ່າງໆ ໃຫ້ສອດຄ່ອງກັບສະພາບ ແລະ ຈຸດພິເສດຕົວຈິງໃນແຕ່ລະໄລຍະ;
- ໂຄສະນາເຜີຍແຜ່ບັນດານະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆ ແລະ ຄູ່ມືທາງດ້ານວິຊາການ ກ່ຽວກັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ຕິດຕາມກວດກາ, ປະເມີນ ແລະ ລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ນິຕິກໍາຕ່າງໆ ກ່ຽວກັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ສະເໜີຂັ້ນເທິງພິຈາລະນາຮັບຮອງ ແຜນການ, ໂຄງການ ແລະ ແຫຼ່ງທຶນ ກ່ຽວກັບວຽກງານກວດກາຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍໃຫ້ສອດຄ່ອງກັບສະພາບ ແລະ ຈຸດພິ ເສດຕົວຈິງໃນແຕ່ລະໄລຍະ;
- ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ງົບປະມານ ຂອງແຕ່ລະພາກສ່ວນທີ່ໄດ້ຮັບຈາກກົມ ໃນແຕ່ລະໄລຍະ ແລະ ສະຫຼຸບລາຍງານຕໍ່ຄະນະກົມຢ່າງເປັນປົກກະຕິ;
- ປະສານຮ່ວມມືທາງດ້ານວິຊາການໃນໜ່ວຍງານພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນເອກະຊົນ ລວມທັງລະດັບພາກພື້ນ ແລະ ສາກົນ ກ່ຽວກັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ເປັນເຈົ້າການໃນການຊຸກຍູ້ໃຫ້ພະແນກພາຍໃນກົມ ສ້າງ, ຄົ້ນຄວ້າ, ປັບປຸງລະບຽບການ ແລະ ຄູ່ມືແນະນຳທາງດ້ານວິຊາການ ກ່ຽວກັບ ວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ສ້າງຖານຂໍ້ມູນລວມ, ສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ສ້າງແຜນການເຄື່ອນໄຫວຂອງກົມ ປະຈໍາອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ແລະ 5 ປີ ພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕາມແຜນການດັ່ງກ່າວ ເປັນແຕ່ລະໄລຍະ;
- ສັງລວມ ແລະ ສ້າງແຜນການນໍາໃຊ້ງົບປະມານແຫ່ງລັດ, ງົບປະມານຊ່ວຍເຫຼືອ, ລາຍຮັບວິຊາການທີ່ຕິດພັນກັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຮັບໃຊ້ວຽກງານຂອງກົມ ພ້ອມທັງ ຄຸ້ມຄອງ, ສະຫຼຸບລາຍງານ ການນໍາໃຊ້ງົບປະມານດັ່ງກ່າວຕາມລະບຽບການ;
- ຄຸ້ມຄອງ ແລະ ຈໍລະຈອນເອກະສານ ຂາເຂົ້າ-ຂາອອກ ພ້ອມທັງ ຮັບຜິດຊອບວຽກງານພິທີການ-ເລຂານຸການ ລວມທັງຕາປະທັບຂອງກົມ;
- ເປັນໃຈກາງປະສານງານກັບບັນດາພະແນກພາຍໃນກົມວຽກງານຈັດຕັ້ງ ແລະ ການຄຸ້ມຄອງພະນັກງານ ລວມທັງການຄົ້ນຄວ້ານໍາສະເໜີຂັ້ນເທິງພິຈາລະນາປັບປຸງກົງຈັກການຈັດຕັ້ງ; ຂື້ນແຜນກຳນົດກໍ່ສ້າງພະນັກງານ, ສັບຊ້ອນພະ ນັກງານ-ລັດຖະກອນ, ການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ ຫຼື ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນຂອງກົມ ຕາມລະບຽບທີ່ກໍານົດ;
- ປະສານສົມທົບກັບບັນດາພະແນກວິຊາການພາຍໃນກົມກວດກາການປະຕິບັດພັນທະທາງດ້ານງົບປະມານຂອງບັນດາໂຄງການລົງທຶນ ແລະ ກິດຈະການຕ່າງໆ ພ້ອມທັງປະສານສົມທົບກົມແຜນການ ແລະ ການເງີນ ແລະ ກົມສິ່ງແວດລ້ອມໃນການຂື້ນແຜນ, ການຄຸ້ມຄອງ ແລະ ການນໍາໃຊ້ງົບປະມານກວດກາສິ່ງແວດລ້ອມຂອງບັນດາໂຄງການລົງທຶນ ແລະ ກິດຈະການຕ່າງໆ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບກົມ ແລະ ສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
- ຄຸ້ມຄອງ, ກວດກາ, ການນໍາໃຊ້ພາຫະນະ, ອຸປະກອນຊັບສິນ, ເອກະສານຂອງກົມ ແລະ ພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງກົມ;
- ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວໜ້າກົມ.
ໂຄງປະກອບການຈັດຕັ້ງ