ໜ້າທີ່ ແລະ ໂຄງປະກອບການຈັດຕັ້ງຂອງ ພະແນກກວດກາ ການນຳໃຊ້ຊັບພະຍາກອນແຮ່ທາດ

ໜ້າທີ່ຂອງພະແນກກວດກາການນໍາໃຊ້ຊັບພະຍາກອນແຮ່ທາດ

  1. ຮັບຜິດຊອບ ໃນການສ້າງແຜນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາ ນະໂຍບາຍ, ຍຸດທະສາດ, ກົດ ໝາຍ, ລະບຽບການ ກ່ຽວກັບວຽກງານການກວດກາ ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດ ໂດຍກໍານົດໃຫ້ເປັນແຜນງານ, ໂຄງການລະອຽດ ລວມທັງ ແຫຼ່ງທຶນ ສະເໜີຂັ້ນເທິງພິຈາລະນາ ເພື່ອດຳເນີນໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ;
  2. ຄົ້ນຄວ້າ ແລະ ສ້າງ ຂໍ້ຕົກລົງ, ຄໍາແນະນໍາວິຊາການ, ຄູ່ມືຕ່າງໆ ກ່ຽວກັບ ວຽກງານກວດກາ ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດ ພ້ອມທັງ ໂຄສະນາເຜີຍແຜ່ ແລະ ຝຶກອົບຮົມໃຫ້ພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ;
  3. ຄົ້ນຄ້ວາ ແລະ ປະກອບຄໍາເຫັນດ້ານວິຊາການ ຕໍ່ບັນດາຮ່າງ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ນິຕິກຳໃຕ້ກົດໝາຍທີ່ຕິດພັນກັບການກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດ ລວມທັງບັນດາຮ່າງແຜນພັດທະນາແຮ່ທາດ;
  4. ກວດກາການນໍາໃຊ້ຊັບພະຍາກອນແຮ່ທາດ ທີ່ຕິດພັນກັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຕາມແຜນຈັດສັນທີ່ດິນ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ ແລະ ແຜນພັດທະນາແຮ່ທາດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສົມເຫດສົມຜົນ;
  5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະເມີນການນໍາໃຊ້ຊັບພະຍາກອນແຮ່ທາດ ຕາມພາລະບົດບາດຂອງຕົນ ໂດຍອີງໃສ່ນະໂຍບາຍ, ຍຸດທະສາດ ແລະ ຕາມລະບຽບການຕ່າງໆທີ່ກ່ຽວຂ້ອງ;
  6. ເຂົ້າຮ່ວມນໍາຂະແໜງການກ່ຽວຂ້ອງ ລົງກວດກາ ລວມທັງການປະກອບຄໍາເຫັນ ກ່ຽວກັບການປະຕິບັດພັນທະຕ່າງໆ ໂດຍສະເພາະ ພັນທະດ້ານສິ່ງແວດລ້ອມຂອງເຈົ້າຂອງໂຄງການ ໃນໄລຍະຊອກຄົ້ນ-ສໍາຫຼວດແຮ່ທາດກ່ອນເຈົ້າຂອງໂຄງການຈະມອບພື້ນທີ່ຄືນໃຫ້ລັດຖະບານ;
  7. ເຂົ້າຮ່ວມໃນຄະນະວິຊາການ ລົງເຄື່ອນໄຫວກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ ທີ່ຕິດພັນກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດ;
  8. ສະຫຼຸບ ແລະ ລາຍງານ ກ່ຽວກັບຜົນການດໍາເນີນການກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດຂອງຜູ້ພັດທະນາໂຄງການ ຫຼື ນີຕິບຸກຄົນ ເປັນແຕ່ລະໄລຍະໃຫ້ຂະແໜງການກ່ຽວຂ້ອງ ພ້ອມທັງຂໍ້ສະ ເໜີຕ່າງໆໃນການປັບປຸງແກ້ໄຂໃນຕໍ່ໜ້າ;
  9. ສະເໜີຂະແໜງການກ່ຽວຂ້ອງ ພິຈາລະນາ ໂຈະຊົ່ວຄາວ ຫຼື ຖອນໃບອະນຸຍາດໃນການດໍາເນີນກິດຈະການ ກ່ຽວກັບການພັດທະນາແຮ່ທາດໃນກໍລະນີທີ່ຜູ້ພັດທະນາໂຄງການ ຫຼື ນິຕິບຸກຄົນ ບໍ່ປະຕິບັດໄປຕາມຂໍ້ກໍານົດທີ່ໄດ້ລະບຸໄວ້ ຫຼື ສ້າງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
  10. ສ້າງຖານຂໍ້ມູນ ແລະ ແລກປ່ຽນຂໍ້ມູນຂ່າວສານ ກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດ;
  11. ປະສານຮ່ວມມືທາງດ້ານວິຊາການ ກັບໜ່ວຍງານພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນເອກະຊົນໃຫ້ມີສ່ວນຮ່ວມໃນການກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນແຮ່ທາດ;
  12. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນການລະເມີດມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
  13. ຄຸ້ມຄອງຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ, ການນໍາໃຊ້ງົບປະມານຂອງພະແນກຕົນ;
  14. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ຫົວໜ້າກົມ.

ກົດກັບຄືນ ເພື່ອເບິ່ງພະແນກອື່ນ