ໜ້າທີ່ຂອງພະແນກກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ
- ຮັບຜິດຊອບ ໃນການສ້າງແຜນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາ ນະໂຍບາຍ, ຍຸດທະສາດ, ກົດ ໝາຍ, ລະບຽບການ ກ່ຽວກັບ ການກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ ໂດຍກໍານົດໃຫ້ເປັນແຜນງານ, ໂຄງການລະອຽດ ລວມທັງແຫຼ່ງທຶນ ສະເໜີຂັ້ນເທິງພິຈາລະນາ ເພື່ອດຳເນີນໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ;
- ຄົ້ນຄວ້າ ແລະ ສ້າງຂໍ້ຕົກລົງ, ຄໍາແນະນໍາວິຊາການ, ຄູ່ມືຕ່າງໆ ກ່ຽວກັບວຽກງານກວດກາມົນລະພິດ ແລະ ກວດກາການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ ພ້ອມທັງໂຄສະນາເຜີຍແຜ່ ແລະ ຝຶກອົບຮົມໃຫ້ພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ;
- ຄົ້ນຄ້ວາ ແລະ ປະກອບຄໍາເຫັນຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງເຈົ້າຂອງໂຄງການລົງທຶນ ທີ່ກຳນົດໄວ້ໃນສັນຍາສໍາປະທານ ແລະ ສັນຍາອື່ນໆທີ່ກ່ຽວຂ້ອງ;
- ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຢັ້ງຢືນເປັນລາຍລັກອັກສອນໃສ່ຮ່າງແຜນຟື້ນຟູບູລະນະສິ່ງແວດລ້ອມ ແລະ ແຜນຮັບມືເຫດການສຸກເສີນດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນຕ່າງໆ;
- ກວດກາເຈົ້າຂອງໂຄງການລົງທຶນຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການລົງທຶນຕ່າງໆ ລວມທັງພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງເຈົ້າຂອງໂຄງການລົງທຶນທີ່ກຳນົດໄວ້ໃນສັນຍາສໍາປະທານ ແລະ ສັນຍາອື່ນໆທີ່ກ່ຽວຂ້ອງ;
- ກວດກາສິ່ງແວດລ້ອມທີ່ຕິດພັນກັບບັນຫາມົນລະພິດທາງອາກາດ, ດິນ, ນ້ຳ, ສິ່ງລົບກວນ ຈາກຄໍາສະເໜີ ແລະ ຄໍາຮ້ອງຟ້ອງຂອງປະຊາຊົນ ລວມທັງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການແກ້ໄຂຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ;
- ສະເໜີກົມສິ່ງແວດລ້ອມພິຈາລະນາ ໂຈະຊົ່ວຄາວ ຫຼື ຖອນໃບຢັ້ງຢືນສິ່ງແວດລ້ອມ ຫຼື ສະເໜີປິດກິດຈະ ການຖາວອນຕໍ່ໂຄງການລົງທຶນ ທີບໍ່ປະຕິບັດຕາມພັນທະ ຫຼື ສ້າງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ;
- ຄົ້ນຄ້ວາພິຈາລະນາການວ່າຈ້າງຊ່ຽວຊານ ພາຍໃນ ແລະ ຕ່າງປະເທດ ມາຊ່ວຍຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການລົງທຶນ ໂດຍສະເພາະໂຄງການທີ່ສະຫຼັບຊັບຊ້ອນ;
- ສ້າງຖານຂໍ້ມູນ ແລະ ແລກປ່ຽນຂໍ້ມູນຂ່າວສານ ກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານກວດກາສິ່ງແວດລ້ອມຕົວເມືອງ ແລະ ກວດກາການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການລົງທຶນ;
- ສະຫຼຸບ ແລະ ລາຍງານ ກ່ຽວກັບຜົນການດໍາເນີນການກວດກາສິ່ງແວດລ້ອມຕົວເມືອງ ແລະ ກວດກາການຈັດ ຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການລົງທຶນ ເປັນແຕ່ລະໄລຍະ ໃຫ້ການນໍາກະຊວງ ພ້ອມທັງ ຂໍ້ສະເໜີຕ່າງໆ ໃນການປັບປຸງແກ້ໄຂໃນຕໍ່ໜ້າ;
- ປະສານຮ່ວມມືທາງດ້ານວິຊາການ ກັບໜ່ວຍງານພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນເອກະຊົນໃຫ້ມີສ່ວນຮ່ວມໃນການກວດກາສິ່ງແວດລ້ອມ ແລະ ກວດກາການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໂຄງການລົງທຶນ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນການລະເມີດມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
- ຄຸ້ມຄອງຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ, ການນໍາໃຊ້ງົບປະມານຂອງພະແນກຕົນ;
- ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວໜ້າກົມ.