ໜ້າທີ່ ແລະ ໂຄງປະກອບການຈັດຕັ້ງຂອງ ພະແນກກວດກາ ການນຳໃຊ້ຊັບພະຍາກອນດິນ

ໜ້າທີ່ຂອງພະແນກກວດກາການນໍາໃຊ້ຊັບພະຍາກອນດິນ

  1. ຮັບຜິດຊອບໃນການສ້າງແຜນລວມການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດ,ກົດໝາຍ, ລະບຽບການ ກ່ຽວກັບ ການກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດິນ ໂດຍກໍານົດໃຫ້ເປັນແຜນງານ, ໂຄງການລະອຽດ ລວມທັງແຫຼ່ງທຶນ ສະເໜີຂັ້ນເທິງພິຈາລະນາ ເພື່ອດຳເນີນໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ;
  2. ຄົ້ນຄວ້າ ແລະ ສ້າງຂໍ້ຕົກລົງ, ຄໍາແນະນໍາວິຊາການ, ຄູ່ມືຕ່າງໆ ກ່ຽວກັບ ວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດິນ ພ້ອມທັງໂຄສະນາເຜີຍແຜ່ ແລະ ຝຶກອົບຮົມໃຫ້ພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ;
  3. ຄົ້ນຄ້ວາ ແລະ ປະກອບຄໍາເຫັນດ້ານວິຊາການຕໍ່ບັນດາຮ່າງ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ນິຕິກຳໃຕ້ກົດໝາຍທີ່ຕິດພັນກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດິນ ລວມທັງ ແຜນການຄຸ້ມຄອງ, ບໍລິຫານຈັດ ການ ແລະ ພັດທະນາທີ່ດິນ;
  4. ເຂົ້າຮ່ວມໃນຄະນະວິຊາການລົງເຄື່ອນໄຫວກວດກາສິ່ງແວດລ້ອມທົ່ວໄປ ແລະ ສິ່ງແວດລ້ອມໂຄງການລົງທຶນ ທີ່ຕິດພັນກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດິນ;
  5. ສະຫຼຸບ ແລະ ລາຍງານ ກ່ຽວກັບຜົນການດໍາເນີນກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດິນ ຂອງຜູ້ພັດທະນາໂຄງການ ແລະ ນິຕິບຸກຄົນ ໃຫ້ການນໍາກະຊວງ ພ້ອມທັງຂໍ້ສະເໜີຕ່າງໆໃນການປັບປຸງແກ້ໄຂໃນຕໍ່ໜ້າ;
  6. ສະເໜີກົມທີ່ດິນພິຈາລະນາ ໂຈະຊົ່ວຄາວ ຫຼື ຖອນໃບອະນຸຍາດ ໃນການດໍາເນີນກິດຈະການນໍາໃຊ້ດິນ ແລະ ໃນກໍລະນີທີ່ຜູ້ພັດທະນາໂຄງການ ຫຼື ນິຕິບຸກຄົນ ບໍ່ປະຕິບັດໄປຕາມຂໍ້ກໍານົດທີ່ໄດ້ລະບຸໄວ້ ຫຼື ສ້າງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
  7. ສ້າງຖານຂໍ້ມູນ ແລະ ແລກປ່ຽນຂໍ້ມູນຂ່າວສານ ກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານ ກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດິນ;
  8. ປະສານຮ່ວມມື ທາງດ້ານວິຊາການ ກັບໜ່ວຍງານພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນເອກະຊົນ ໃຫ້ມີສ່ວນຮ່ວມ ໃນການກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດິນ;
  9. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນການລະເມີດມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
  10. ຄຸ້ມຄອງຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ, ການນໍາໃຊ້ງົບປະມານຂອງພະແນກຕົນ;
  11. ປະຕິບັດໜ້າທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ, ລະບຽບການ ​ແລະ ຕາມ​ການ​ມອບໝາຍ ຂອງຫົວໜ້າກົມ.

 

ກົດກັບຄືນ ເພື່ອເບິ່ງພະແນກອື່ນ