ຮ່ວມມື ແລະ ສົນທິສັນຍາ

ບັນດາໂຄງການຮ່ວມມື, ໂຄງການຊ່ວຍເຫຼືອ, ສົນທິສັນຍາ, ອະນຸສັນຍາ ແລະ ອື່ນໆ:

ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ2 (PICE- LENS2 026)
ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ກອງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຕຊສ) ໃນການຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມ (PICE- LENS2 026)

Capacity building for Natural Resources and Environment Inspection Office (NEIO) on Environment and Social Monitoring and Inspection

 

ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ2 (PICE- LENS2 015)
ໂຄງການສ້າງຄວາມເຂັ້ມແຂງໃຫ້ ກົມຄວບຄຸມມົນລະພິດ, ກຊສ ໃນການຄວບຄຸມມົນລະພິດ ແລະ ຄຸ້ມຄອງສິ່ງເສດເຫລືອ ແລະ ສານເຄມີ ທີ່ເປັນອັນຕະລາຍ (PICE- LENS2 015)

PCD Capacity Building for Pollution Control, Waste and Hazardous Chemicals Management

 

ບັນດາສົນທິສັນຍາສາກົນດ້ານສິ່ງແວດລ້ອມ
ສົນທິສັນຍາສະຕ໋ອກໂຮມ ດ້ານການຄຸ້ມຄອງສານເຄມ ອົງຄະທາດອັນຕະລາຍທີ່ຕົກຄ້າງ (POPs); Stockholm Convention on Persistent Organic Pollutants (POPs):

ສົນທິສັນຍາ ສະຕອ໋ກໂຮມ ໄດ້​ຖືກ​ສ້າງ​ຂຶ້ນ ​ແລະ ຮັບຮອງເອົາໃນປີ 22 ພຶດສະພາ 2001 ໃນການໂຕ້ຕອບ ຕໍ່ກັບຄວາມຕ້ອງການອັນຮີບດ່ວນ ສໍາລັບ ການຈັດຕັ້ງປະຕິບັດລະດັບໂລກ ກ່ຽວກັບ “POPs” (chemicals that are “persistent, bioaccumulate in fatty tissues and biomagnify through the food chain”) ແລະ ມີຜົນບັງຄັບໃຊ້ ຕັ້ງ​ແຕ່ວັນທີ 17 ພຶດສະພາ 2004, ມາເຖິງປັດຈຸບັນ ມີ 179 ປະ​ເທດ ​ເປັນ​ພາຄີ ​ໂດຍ​ມີຈຸດປະສົງ ຄື:

ເພື່ອປົກປ້ອງສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ ຈາກຜົນກະທົບຕ່າງໆທີ່ເປັນອັນຕະລາຍ ຂອງບັນດາສານ​ເຄມີ​ອົງຄະ​ທາດທີ່​ເປັນ​ພິດ​ຕົກ​ຄ້າງ (POPs) ໂດຍອີງໃສ່ຫຼັກການເຕືອນໄພລວງໜ້າ ທີ່ໄດ້ກຳນົດໄວ້ຢູ່ໃນຫຼັກການ ທີ 15 ຂອງຖະແຫຼງການຣີໂອ ວ່າດ້ວຍ ສິ່ງແວດລ້ອມ ແລະ ການພັດທະນາ.

ສປປ ລາວ ເຂົ້າເປັນພາຄີຂອງ​ສົນທິສັນຍາ ສະຕອ໋ກໂຮມ ​ໃນເດືອນມີນາ 2002 ​ແລະ ໃຫ້ສັດຕະຍາບັນ ໃນ​​ເດືອນມິຖຸນາ 2006 ​ແລະ ລັດຖະບານໄດ້ມອບຄວາມ​ຮັບຜິດຊອບ​ໃຫ້​ແກ່ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ​ ໃນ​ເມື່ອ​ກ່ອນ (ປັດຈຸບັນ​​​ແມນ ກຊສ).

 

ສົນທິສັນຍາ ວຽນນາ ແລະ ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທຳລາຍຊັ້ນໂອໂຊນ (Montreal Protocol on Substances that Deplete the Ozone Layer ຫລື Ozone Depleting Substances ‘ODS’):

  • ອະນຸສັນຍາມົງເຣອານ ວ່າດ້ວຍ ສານເຄມີທີ່ທໍາລາຍຊັ້ນໂອໂຊນໄດ້ຖືກຮັບຮອງເອົາໃນປີ 1987 ຊຶ່ງນອນໃນ ສົນທິສັນຍາວຽນນາ ມີພາຄີທັງໝົດ 197 ປະເທດ ແລະ ເປັນອະນຸສັນຍາທີ່ປະສົບຜົນສໍາເລັດທີ່ສຸດໃນການຈັດຕັ້ງປະຕິບັດເພື່ອຫລຸດຜ່ອນ ແລະ ຢຸດຕິນໍາໃຊ້ສານເຄມີທີ່ ທໍາລາຍຊັ້ນໂອໂຊນ;
  • ສປປ ລາວ ໄດ້ເຂົ້າເປັນພາຄີ ຂອງ ອະນຸສັນຍາມົງເຣອານ ໃນວັນທີ 21 ສິງຫາ 1998 ແລະເຂົ້າເປັນພາຄີຕໍ່ ອະນຸສັນຍາມົງເຣອານ ສະບັບດັດແກ້ທັງ 4 ສະບັບ ເຊິ່ງ ລວມມີສະບັບດັດແກ້ລອນດອນ, ສະບັບດັດແກ້ໂຄເປັນເຮເກັນ, ສະບັບດັດແກ້ມົງເຣອານ ແລະ ສະບັບດັດແກ້ປັກກິ່ງໃນວັນທີ 28 ມີນາ 2006 ແລະ ກິກາລີ ສະບັບດັດແກ້ 16 ພະຈິກ 2017;
  • ສປປ ລາວ ໄດ້ຖືກຈັດເຂົ້າຢູ່ໃນພາຄີຕາມມາດຕາ 5 ຂອງ ອະນຸສັນຍາມົງເຣອານ ທັງເປັນພາຄີທີ່ຊົມໃຊ້ສານ ODS ໃນຈຳນວນໜ້ອຍເຊິ່ງມີສິດໄດ້ຮັບທຶນຊ່ວຍ ເຫຼືອລ້າພາຍໃຕ້ກອງທຶນການຮ່ວມມືຫຼາຍຝ່າຍ (Multilateral Fund) ໂດຍຜ່ານອົງການສະຫະປະຊາຊາດ ເພື່ອແຜນງານດ້ານສິ່ງແວດລ້ອມ (United Nations Environment Programme “UNEP”) ຕາມສັດສ່ວນຈຳນວນບໍລິໂພກພາຍໃນ;
  • ການສະໜັບສະໜູນແມ່ນເນັ້ນໃສ່ການສ້າງຈິດສໍານຶກ, ການຝຶກອົບຮົມແລະການເຂົ້າຮ່ວມກອງປະຊຸມຢູ່ພາຍໃນແລະຕ່າງປະເທດ, ການສຳຫຼວດເກັບກຳຂໍ້ມູນລາຍງານການນໍາໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ(ODS)ປະຈໍາປີຕາມກໍານົດເວລາ, ຈັດພິທີສະເຫຼີມສະຫຼອງວັນໂອໂຊນສາກົນ 16 ກັນຍາຂອງທຸກໆປີ.

 

ສົນທິສັນຍາ ຣອດເຕີດໍາ ວ່າດ້ວຍ ຂັ້ນຕອນການຍິນ​ຍອມແຈ້ງໃຫ້ຮູ້ລ່ວງໜ້າ ສໍາລັບ ບັນດາສານເຄມີອັນຕະລາຍ ແລະ ຢາປາບສັດຕູພືດທີ່ເຈາະຈົງສະເພາະ ຢູ່ໃນການຄ້າສາກົນ (Rotterdam Convention on the Prior Informed Consent Procedure for Certain Hazardous Chemicals and Pesticides in International Trade)

ສົນທິສັນຍາ​ ຣອດ​ເຕີ​ດໍາ ​ໄດ້ຖືກຮັບຮອງເອົາໃນວັນ​ທີ 10 ກັນຍາ 1998 ແລະ ມີຜົນບັງຄັບໃຊ້ ​ໃນວັນທີ 24 ກຸມພາ 2004, ມາເຖິງປະຈຸບັນ ມີທັງ​ໝົດ 155 ປະເທດ ​ເຂົ້າເປັນພາຄີ ໂດຍ​ມີຈຸດປະສົງ ຄື:

ເພື່ອສົ່ງເສີມ ຄວາມຮັບຜິດຊອບທີ່ໄດ້ມອບໝາຍໃຫ້ ແລະ ຄວາມພະຍາຍາມໃນການຮ່ວມມືທັງໝົດພາຄີ ຢູ່ໃນການຄ້າສາກົນ ກ່ຽວກັບບັນດາສານເຄມີອັນສະເພາະເຈາະຈົງ ເພື່ອປົກປ້ອງສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ ຈາກອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ເພື່ອປະ ກອບສ່ວນໃນການນໍາໃຊ້ທີ່ເປັນມິດກັບສິ່ງແວດລ້ອມ.

  • ຂັ້ນຕອນການຍິນຍອມແຈ້ງໃຫ້ຮູ້ລ່ວງໜ້າ (PIC procedure) – ສະໜອງຂໍ້ມູນ ສໍາລັບ ຂະບວນການໃນການຕັດສິນໃຈລະດັບຊາດ ກ່ຽວກັບການນໍາເຂົ້າສານເຄມີອັນຕະລາຍຕ່າງໆ ທີ່ນອນຢູ່ໃນເອກະສານຄັດຕິດ III ແລະ ພະຍາຍາມເຮັດໃຫ້ໝັ້ນໃຈ ການຍິນຍອມປະຕິບັດຕາມການຕັດສິນໃຈດັ່ງກ່າວ ໂດຍບັນດາພາຄີທີ່ສົ່ງອອກ;
  • ການແລກປ່ຽນຂໍ້ມູນຂ່າວສານ – ການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສານເຄມີອັນຕະລາຍຕ່າງໆ ເທົ່າທີ່ສາມາດຈະເປັນໄປໄດ້ໃຫ້ກວ້າງຂວາງ.

ສປປ ລາວ ເຂົ້າເປັນພາຄີຂອງສົນທິສັນຍາ ຣອດ​ເຕີ​ດໍາ ໃນເດືອນຕຸລາ ປີ 2010 ແລະ ລັດຖະບານໄດ້ມອບຄວາມ​ຮັບຜິດຊອບ​ໃຫ້​ແກ່ອົງການຊັບພະຍາກອນ ນໍ້າ ແລະ ສິ່ງແວດລ້ອມ​ ໃນ​ເມື່ອ​ກ່ອນ (ປັດຈຸບັນ​​​ແມນ ກຊສ).

 

ສົນທິສັນຍາ ບາ​​ໂຊວ ວ່າດ້ວຍ ການຄວບຄຸມການເຄື່ອນຍ້າຍບັນດາສິ່ງເສດເຫຼືອອັນຕະລາຍຂ້າມຊາຍແດນ ​ແລະ ການ​ກໍາຈັດ (Basel Convention on the Control of Transboundary Movements of Hazardous Wastes and their Disposal)

ສົນທິສັນຍາ ບາ​​ໂຊວ ໄດ້​ຖືກ​ສ້າງ​ຂຶ້ນ ​ແລະ ຮັບຮອງ​ເອົາ​ໃນ​ວັນ 22 ມີນາ 1989 ໃນການໂຕ້ຕອບບັນຫາ ບໍລິສັດຕ່າງໆຂອງບັນດາປະເທດທີ່ຈະເລີນແລ້ວ ນໍາເອົາສິ່ງເສດເຫຼືອອັນຕະລາຍໄປຖິ້ມຢູ່ບັນດາປະເທດທີ່ກໍາລັງພັດທະນາ ແລະ ມີຜົນບັງຄັບໃຊ້ ຕັ້ງ​ແຕ່ວັນທີ 5 ພຶດສະພາ 1992, ມາເຖິງປັດຈຸບັນ ມີ 187 ປະ​ເທດ ​ເປັນ​ພາຄີ ​ໂດຍ​ມີຈຸດປະສົງ ຄື:

  • ເພື່ອຫຼຸດຜ່ອນການເຄື່ອນຍ້າຍຂ້າມຊາຍແດນບັນດາສິ່ງເສດເຫຼືອອັນຕະລາຍ ຈົນເຖິງລະດັບການຄຸ້ມຄອງທີ່ເປັນມິດກັບສິ່ງແວດລ້ອມ (Environmentally Sound Management);
  • ການກໍາຈັດບັນດາສິ່ງເສດເຫຼືອອັນຕະລາຍ ໃຫ້ຢູ່ໃກ້ເທົ່າທີ່ສາມາດເປັນໄປໄດ້ໃກ້ກັບແຫຼ່ງຜະລິດພວກມັນ;
  • ສ້າງສິ່ງເສດເຫຼືອອັນຕະລາຍຕ່າງໆໃຫ້ໜ້ອຍລົງ ທາງດ້ານປະລິມານ ແລະ ຄວາມອັນຕະລາຍ.

ສປປ ລາວ ເຂົ້າເປັນພາຄີຂອງ​ສົນທິສັນຍາ ບາ​ໂຊ​ວ ​ແລະ ໃຫ້ສັດຕະຍາບັນ ໃນເດືອນຕຸລາ ປີ 2010 ​ແລະ ລັດຖະບານໄດ້ມອບຄວາມ​ຮັບຜິດຊອບ​ໃຫ້​ແກ່ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ​ ໃນ​ເມື່ອ​ກ່ອນ (ປັດຈຸບັນ​​​ແມນ ກຊສ).