ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຽນເປັນຕົວອັກສອນຫຍໍ້ວ່າ “ກກຊສ” ແມ່ນໂຄງປະກອບກົງຈັກ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນໍາກະຊວງ ໃນການຄຸ້ມຄອງມະຫາພາກ ກ່ຽວກັບ ວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ, ສ່ວນການຈັດຕັ້ງປະຕິບັດໜ້າວຽກວິຊາສະເພາະ ແມ່ນມອບໃຫ້ຂະແໜງສາຍຕັ້ງຂັ້ນທ້ອງຖິ່ນ ເປັນຜູ້ຮັບຜິດຊອບຕາມກົດໝາຍ ແລະ ລະບຽບການ.