ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີສິດ ດັ່ງນີ້:
- ສະເໜີອອກຂໍ້ຕົກລົງ, ລະບຽບການ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບວຽກງານກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ;
- ຈັດກອງປະຊຸມ ຫຼື ເຂົ້າຮ່ວມປະຊຸມຕ່າງໆ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ຫຼື ການມອບໝາຍຂອງການນໍາກະຊວງ;
- ເຊັນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂໜດນຳສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆທີ່ກ່ຽວຂ້ອງກັບພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ;
- ສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານກັບພາກສ່ວນຕ່າງໆ;
- ວ່າຈ້າງຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ມາຊ່ວຍກວດກາສິ່ງແວດລ້ອມຂອງໂຄງການລົງທຶນ ທີ່ສະຫຼັບ ຊັບຊ້ອນ ຕາມການເຫັນດີຂອງການນໍາກະຊວງ;
- ເຂົ້າເຖິງຖານຂໍ້ມູນ, ສອບຖາມບຸກຄົນ, ນິຕິບຸກຄົນ, ລົງກວດກາພື້ນທີ່ ແລະ ກວດກາໄດ້ທຸກສະຖານທີ່ ໃນກໍລະນີໂຄງການລົງທຶນ ສ້າງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ;
- ສັ່ງໂຈະຊົ່ວຄາວທຸກກິດຈະກຳທີ່ກໍ່ໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ຈົນກວ່າໄດ້ຮັບທິດທາງແກ້ໄຂຢ່າງຊັດເຈນ;
- ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານກວດ ກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງ ແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດ ລ້ອມ ລວມທັງສັນຍາສໍາປະທານ ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດລ້ອມ;
- ຄຸ້ມຄອງ, ນໍາໃຊ້ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານ ຕາມລະບຽບການ;
- ສະເໜີແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນກົມ ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ທັດສະ ນະສຶກສາ, ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ;
- ປະຕິບັດສິດອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງລັດຖະ ມົນຕີ.