ກອງປະຊຸມປຶກສາຫາລື ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ການກວດກາວິຊາການດ້ານສິ່ງແວດລ້ອມ ສໍາລັບໂຄງການລົງທຶນ ແລະ ກິດຈະການຕ່າງໆ, ຄັ້ງວັນທີ 8 ກັນຍາ 2020

ໃນຕອນເຊົ້າຂອງວັນທີ 08 ກັນຍາ 2020 ທີ່ຫ້ອງປະຊຸມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລື ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ການກວດກາວິຊາການດ້ານສິ່ງແວດລ້ອມ ສໍາລັບໂຄງການລົງທຶນ ແລະ ກິດຈະການຕ່າງໆ, ໂດຍ​ໃຫ້​ກຽດເປັນປະທານຂອງ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າ ກຄມ ແລະ ມີບັນດາ ທ່ານຫົວໜ້າ, ຮອງຫົວໜ້າກົມ, ກອງ ແລະ ສະຖາບັນ ພ້ອມດ້ວຍວິຊາການອອ້ມຂ້າງ ກຊສ ເຂົ້າຮ່ວມ ຈຳນວນທັງໝົດ 40 ທ່ານ

ກອງປະຊຸມໃນຄັ້ງນີ້, ທ່ານ ອາລຸນ ໄຊຍະວົງ ຮອງຫົວໜ້າ ກຄມ ໄດ້ສະເໜີສະພາບລວມ ກ່ຽວກັບ ຂະບວນການສ້າງ ຮ່າງຂໍ້ຕົກລົງ ວ່າດ້ວຍ ການກວດກາວິຊາການດ້ານສິ່ງແວດລ້ອມ ໃນໄລຍະຜ່ານມາ ແລະ ຫຼັງຈາກນັ້ນ  ທ່ານ ພຸດທະສັກ ເຂັມມະລາ ຮອງຫົວໜ້າ ພະແນກຕິດຕາມກວດກາສິ່ງແວດລ້ອມໂຄງການລົງທຶນ, ກຄມ ເຊິ່ງຢູ່ໃນຄະນະຮັບຜິດຊອບ ໃນການຮ່າງຂໍ້ຕົກລົງດັ່ງກ່າວ ກໍ່ໄດ້ນຳສະເໜີເນື້ອໃນຂອງ ຮ່າງຂໍ້ຕົກລົງ ວ່າດ້ວຍ ການກວດກາວິຊາການດ້ານສິ່ງແວດລ້ອມ ສໍາລັບໂຄງການລົງທຶນ ແລະ ກິດຈະການຕ່າງໆ ປະກອບດ້ວຍ 09 ໝວດ ແລະ 39 ມາດຕາ.

ຫລັງຈາກນັ້ນ, ບັນດາແຂກຜູ້ເຂົ້າຮ່ວມແຕ່ລະພາກສ່ວນ ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ໂດຍພາບລວມແມ່ນມີຄວາມເປັນເອກະພາບ ແລະ ມີບາງຄຳເຫັນສະເພາະຕໍ່ບາງມາດຕາ ເຊິ່ງກອງປະຊຸມໄດ້ເຫັນດີ ຈະນຳຄຳຄິດເຫັນ ທີ່ໄດ້ປຶກສາຫາລືຄັ້ງນີ້ ນຳໄປປັບປຸງ ຮ່າງຂໍ້ຕົກລົງດັ່ງກ່າວ ໃຫ້ສົມບູນ ເພື່ອນຳສະເໜີ ກົມນິຕິກຳ ກວດກາຢັ້ງຢືນຄວາມຖືກຕ້ອງ ແລະ ສອດຄ່ອງ ກ່ອນນຳສະເໜີການນຳ ກຊສ ຮັບຮອງ. ກອງປະຊຸມໄດ້ປິດລົງ ຢ່າງເປັນທາງການຂອງວັນດຽວກັນ.

Leave a Reply

Your email address will not be published.