ຈັດກອງປະຊຸມທາບທາມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ການກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຮ່າງຄູ່ມືແນະນຳ ກ່ຽວກັບ ການກວດກາວິຊາການດ້ານສິ່ງແວດລ້ອມ

 

 

 

ໃນວັນ​ທີ 8-12 ມິ​ຖຸນາ 2020 ກົມ​ຄວບ​ຄຸມ​ ​ແລະ ຕິດຕາມ​ກວດກາ​ມົນລະພິດ (ກຄມ) ໄດ້ສົມທົບ ກົມນິຕິກຳ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ​ຈັດ​ກອງ​ປະຊຸມ​ທາບທາມ ​ຜ່ານ​ຮ່າງຂໍ້​ຕົກລົງ​ ວ່າ​ດ້ວຍ ການ​ກວດກາ​ວິຊາ​ການ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ຮ່າງ​ຄູ່​ມືແນະ​ນຳ ກ່ຽວ​ກັບ ການ​ກວດກາ​ວິຊາ​ການ​ດ້ານສິ່ງ​ແວດ​ລ້ອມ ສຳ​ລັບ​ໂຄ​ງການ​ແຮ່​ທາດ, ໂຄງການພະລັງງານ ແລະ ໂຄງການກໍ່ສ້າງເສັ້ນທາງ ຢູ່​ທີ່​​ເມືອງ​ປາກຊັນ​, ​ແຂວງ​ບໍລິຄຳໄຊ  ​ແລະ ​ມີ​ຜູ້​ເຂົ້າຮ່ວມ​ຈາກພະ​ແນ​ກຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ (ພຊສ) ແຂວງພາກ​ກາງ ແລະ ພາກໃຕ້ ເຊິ່ງປະກອບດ້ວຍ ພຊສ ​ນະຄອນຫຼວງວຽງຈັນ, ພຊສ ແຂວງວຽງຈັນ, ພຊສ ​ແຂວງ​ບໍລິຄໍາໄຊ, ພຊສ ​ແຂວງຄຳມ່ວນ, ພຊສ​ ​ແຂວງ​ສະຫວັນນະເຂດ, ພຊສ ​ແຂວງ​ສາລະວັນ, ພຊສ ແຂວງຈຳປາສັກ, ພຊສ ແຂວງເຊກອງ ​ແລະ ພຊສ ແຂວງອັດຕະປື ລວມຈຳນວນຜູ້ເຂົ້າຮ່ວມທັງໝົດມີ  52 ທ່ານ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອປຶກສາຫາລື, ຄົ້ນຄ້ວາ ແລະ ປະກອບຄໍາເຫັນ ຕໍ່ຮ່າງເອກະສານດັ່ງກ່າວ ເພື່ອຮັບປະກັນເນື້ອໃນ ໃຫ້ຄົບຖ້ວນສົມບູນ ແລະ ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການຕິດຕາມກວດການສິ່ງແວດລ້ອມບັນດາໂຄງກາລົງທຶນ ແລະ ກິດຈະການຕ່າງໆ ຢ່າງມີປະສິດທິຜົນ ກ່ອນນໍາສະເໜີການນໍາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮັບຮອງ ແລະ ປະກາດໃຊ້ຄູ່​ມື​ແນະນຳ ​ກ່ຽວ​ກັບ  ສາມຄູ່ມືດັ່ງກ່າວ.ເຊິ່ງຄາດໝາຍວ່າຈະສຳເລັດພາຍໃນໄລຍະທ້າຍປີ 2020.

Leave a Reply

Your email address will not be published.