ພິທີຮັບສະມາຊິກພັກສົມບູນ (ໃໝ່) ແລະ ສະມາຊິກພັກສຳຮອງ ຂອງຄະນະພັກຮາກຖານ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ

ພິທີຮັບສະມາຊິກພັກສົມບູນ (ໃໝ່) ແລະ ສະມາຊິກພັກສຳຮອງ ຂອງຄະນະພັກຮາກຖານ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ

ພິທີຮັບສະມາຊິກພັກສົມບູນ(ໃໝ່) ແລະ ສະມາຊິກພັກສຳຮອງ ຂອງຄະນະພັກຮາກຖານ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ໄດ້​ຈັດ​ຂຶ້ນໃນຕອນເຊົ້າ ຂອງ ວັນ​ທີ 07 ສິງຫາ 2020​ ທີ່​ຫ້ອງປະຊຸມ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ໂດຍ​ໃຫ້​ກຽດ​ເປັນປະທານຂອງ ສະ­ຫາຍ ໂລນຄຳ ອາດສະນາວົງ ເລຂາໜ່ວຍພັກຮາກຖານ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ​ແຂກ​ຖືກ​ເຊີນຈາກຕາງໜ້າຫນ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ໜ່ວຍພັກກົມກວດກາ, ກຊສ ແລະ ສະຫາຍເລຂາໜ່ວຍພັກ, ຄະນະພັກ ທີ່ຂື້ນກັບຄະນະພັກຮາກຖານ ກຄມ, ສະ​ມາ​ຊິກ​ພັກສົມບູນ ​ເຂົ້າ​ຮ່ວມທັງຫມົດ 37 ສະຫາຍ, ຍິງ 10 ສະຫາຍ.

ໃນກອງປະຊຸມ ສະຫາຍ ເທວະຣັກ ພອນແກ້ວ ເລຂາໜ່ວຍພັກ ພະແນກ ຄຸ້ມຄອງສານເຄມີ ແລະ ສິ່ງເສດເຫຼືອ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງອົງຄະນະພັກ ກຊສ ວ່າດ້ວຍ ການອະນຸມັດໃຫ້ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຂອງ ພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ເລຂາຄະນະພັກຮາກຖານ ກຄມ ຂື້ນກ່າວຮັບເອົາສະມາຊິກພັກສົມບູນ ແລະ ໄດ້ມອບມະຕິຕົກລົງ ໃຫ້ແກ່  ສະຫາຍ ປອ ສິດໄຊ ມາກວິໄລ ເປັນສະມາຊິກພັກສົມບູນ(ໃໝ່).

ວາລະດຽວກັນນີ້ ໄດ້ຈັດພິທີຮັບເອົາສະມາຊິກພັກສຳຮອງ ເຊິ່ງ ສະຫາຍ ນາງ ບຸນຍາແສງ ແສງຄຳມີ, ກຳມະການຄະນະພັກຮາກຖານ ກຄມ ໄດ້ອ່ານມະຕິຕົກລົງ ຂອງອົງຄະນະພັກ ກຊສ ວ່າດ້ວຍ ການອະນຸມັດຮັບເອົາສະມາຊິກພັກສຳຮອງ ຂອງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂລນຄຳ ອາດສະນາວົງ, ເລຂາຄະນະພັກ ຮາກຖານ ກຄມ ໄດ້ມອບມະຕິຕົກລົງດັ່ງກ່າວ ໃຫ້ແກ່ບັນດາສະຫາຍສະມາຊິກພັກສຳຮອງ 04 ສະຫາຍກໍ່ຄື:

  1. ສ.ຫ ລິດສະໝອນ ແພງພັນຮັກ ສະມາຊິກພັກສຳຮອງ;
  2. ສ.ຫ ພູວອນ ແກ້ວມະນີ ສະມາຊິກພັກສຳຮອງ;
  3. ສ.ຫ ນາງ ວິໄລທອງ ສົມບັດດວງ ສະມາຊິກພັກສຳຮອງ;
  4. ສ.ຫ ນາງ ທັດສະນີ ວົງໄຊຍະລາດ ສະມາຊິກພັກສຳຮອງ.

ໃນໂອກາດດັ່ງກ່າວນີ້ ສະ­ຫາຍ ໂລນຄຳ ອາດສະນະວົງ ເລຂາໜ່ວຍພັກຮາກຖານ ກຄມ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໃຫ້ຄຳໂອວາດ ຕໍ່ຜົນງານຂອງ ສະມາຊິກພັກສົມບູນ(ໃໝ່) ແລະ ສະມາຊິກພັກສຳຮອງ ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ເຫັນຄວາມສຳຄັນຂອງການເປັນສະມາຊິກພັກ ເພື່ອໃຫ້ຕັ້ງໜ້າຝຶກຝົນລໍຫຼອມ ດ້ານການເມືອງ-ແນວຄິດ ໃຫ້ປະຕິບັດຕາມແນວທາງນະໂຍບາຍຂອງພັກ ຮັບປະກັນໃຫ້ມີການຂະຫຍາຍພັກຢ່າງມີຄຸນນະພາບ, ປັບປຸງແບບແຜນວິທີເຮັດວຽກໃຫ້ຈະແຈ້ງໃຫ້ທຸກໆສະຫາຍມີໜ້າທີ່ຮັບຜິດຊອບ ແລະ ຄົ້ນຄວ້າພາລະບົດບາດໃຫ້ຈະແຈ້ງ, ພ້ອມກັນຈັດຕັ້ງປະຕິບັດ ທິດທາງແຜນການ ໃນແຕ່ລະດ້ານ ໃຫ້ປະກົດຜົນເປັນຈິງ.

ພິທີດັ່ງດ່າວ ໄດ້ປິດລົງຢ່າງສະງ່າງາມ ໃນເວລາ 10:30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published.